ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມ ກອງປະຊຸມໃຫຍ່ນັກຮົບ ປະຕິວັດຖືກສັດຕູຈັບຕົວຄຸມຂັງແຂວງນິງບິ່ງ

ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມ ກອງປະຊຸມໃຫຍ່ນັກຮົບ ປະຕິວັດຖືກສັດຕູຈັບຕົວຄຸມຂັງແຂວງນິງບິ່ງ - ảnh 1
ປະ​ທານ​ປະ​ເທດເຈືອງ​ເຕີນ​ຊາງເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ນັກ​ຮົບ ​ປະ​ຕິ​ວັດ​ຖືກ​ສັດ​ຕູ​ຈັບ​​ຕົວ​ຄຸນ​ຂັງແຂວງນິງ​ບິ່ງ

(vovworld)-​ ວັນ​ທີ 12/8, ຢູ່​ນະ​ຄອນ​ນິງ​ບິ່ງ, ນັກ​ຮົບ​ປະ​ຕິ​ວັດ​ຖືກ​ສັດ​ຕູ​ຈັບ​ຕົວ​ຄຸນ​ຂັງ ແຂວງ​ນິງ​ບິ່ງ ກ່​ວາ 2007 ຄົນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 3 ອາ​ຍຸ​ການ 2014-2019,ແນ​ໃສ່​ທົບ​ທວນ​ຄືນມູນ​ເຊື້ອ,ຕີ​ລາ​ຄາ​ໝາກຜົນການ​ເຄື່ອນ​ໄຫວ,ວາງ​ອອກ​ທິດ​ທາງ​ໜ້າ​ທີ່ ໃນອາ​ຍຸ​ການທີ່​ຈະ​ມາ​ເຖິງ. ​ທ່ານປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ​ພ້ອມ​ກັບ​ການນຳບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ແລະ ແຂວງ​ນິງ​ບິ່ງ​ ໄດ້ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່. ​ກ່າວ​ຄຳ​ເຫັນທີ່ກອງ​ປະ​ຊຸມ​ໃຫຍ່ ​ທ່ານປະ​ທານ​ປະ​ເທດ​ ປາດ​ຖະ​ໜາ​ວ່າ ບັນ​ດາ​ນັກ​ຮົບ​ປະ​ຕິ​ວັດ ​ສືບ​ຕໍ່ຮັກ​ສາ​ເຈດ​ຈຳ​ນົງຕໍ່​ສູ້,ນ້ຳ​ໃຈ​ປະ​ຕິ​ວັດ​ບຸກ​ໂຈມ​ຕີ ໃຫ້​ໝັ້ນ​ຄົງ, ສືບ​ຕໍ່​ປຸກ​ລະ​ດົມ​ກຳ​ລັງ​ໃຈ​​ຮັກ​ຊາດ ເພື່ອ​ເປັນ​ແບບ​ຢ່າງ​ໃຫ້​ແກ່​ລູກຫຼານ​ປະ​ຕິ​ບັດ​ຕາມ.

 ​ທ່ານປະ​ທານ​ປະ​ເທດ​ສະ​ເໜີ​ບັນ​ດາ​ນັກ​ຮົບປະ​ຕິ​ວັດ​​ຈື່ງເຂົ້າ​ຮ່ວມ​ດ້ວຍຄວາມ​ຮັບ​ຜິດ​ຊອບ ​ເຂົ້າ​ການ​ປະ​ຕິ​ບັດລະ​ບຽບ​ການປະ​ຊາ​ຕິ​ປະ​ໄຕ​ຢູ່​ຂັ້ນ​ພື້ນ​ຖານ,ປະ​ກອບ​ຄຳ​ເຫັນ​​ກໍ່ສ້າງ​ພັກ; ເຮັດ​ໃຫ້​ແຕ່​ລະ​ອົງ​ການ​ຈັດ​ຕັ້ງ​ພັກ​​ທີ່ມີ​ສະ​ມາ​ຊິກ​ພັກ​ ເປັນອະ​ດີດ​ນັກ​ໂທດເຄື່ອນ​ໄຫວ​ຢ່າງປອດ​ໃສ​,ໝັ້ນ​ຄົງ​ແຂັ້ມ​ແຂງ,ເປັນ​ຈຸດ​ສະ​ຫວ່າງ​ສະໄຫວໃນ​ການ​ສ້າງ​ຊົນ​ນະ​ບົດ​ໃໝ່, ສືບ​ຕໍ່​​ຊຸກ​ຍູ້​ການ “ ຮ່ຳ​ຮຽນ ແລະ ປະ​ຕິ​ບັດຕາມ​ແບບ​ຢ່າງ​ຄຸນ​ສົມ​ບັດ​​ຂອງປະ​ທານ​ໂຮ່​ຈິ​ມິນ’’.


ຂ່າວ/ບົດ​ອື່ນ