ທ່ານປະທານປະເທດ ເຈືອງເຕີນຊາງ
(ພາບ: Nguyễn Khang/TTXVN)
|
(vovworld) – ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ສ. ອິນໂດເນເຊຍ Joko Widodo, ວັນທີ 21/4, ທ່ານປະທານປະເທດ ເຈືອງເຕີນຊາງ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ ອອກຈາກນະຄອນຫຼວງ ຮ່າໂນ້ຍ, ເດີນທາງເຂົ້າຮ່ວມກອງປະຊຸມຂັ້ນສູງ ອາຊີ - ອາບຟຣີກາ, ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນດຳເນີນກອງປະຊຸມ Bandung ແລະ 10 ປີແຫ່ງວັນສ້າງຕັ້ງການພົວພັນ “ຄູ່ຮ່ວມມືຍຸດທະສາດ ອາຊີ - ອາບຟຣີກາ” ຢູ່ນະຄອນຫຼວງ ຈາກາກຕາ, ປະເທດ ອິນໂດເນເຊຍ, ແຕ່ວັນທີ 22 – 24/4.
ກອງປະຊຸມຂັ້ນສູງ ອາຊີ - ອາບຟຣີກາ ໄດ້ຈັດຕັ້ງເປັນຄັ້ງທຳອິດຢູ່ Bandung, ປະເທດ ອີນໂດເນເຊຍ ແຕ່ວັນທີ 18 – 24/4/1955 (ເອີ້ນວ່າ: ກອງປະຊຸມ Bandung) ດ້ວຍການເຂົ້າຮ່ວມຂອງການນຳ 29 ປະເທດ ອາຊີ - ອາບຟຣີກາ, ເລີ່ມຕົ້ນໃຫ້ວິວັດທະນາການຮ່ວມມື ອາຊີ - ອາບຟຣີກາ. ກອງປະຊຸມໄດ້ກາຍເປັນກຳລັງໜູນພາໄປເຖິງບັນດາການຫັນປ່ຽນອັນໃຫຍ່ຫຼວງສຳລັບເລື່ອງບັນດາປະເທດຍາດໄດ້ເອກະລາດຢູ່ ອາຊີ - ອາບຟຣີກາ, ສ້າງປະຖົມປັດໄຈໃຫ້ແກ່ການສ້າງຕັ້ງຂະບວນການບໍ່ຮ່ວມກຸ່ມ, ກຸ່ມ 77 ແລະ ຮ່ວມມື ໃຕ້ - ໃຕ້. ປະຈຸບັນ, ການພົວພັນດ້ານເສດຖະກິດ, ການຄ້າ ຫວຽດນາມ - ອາບຟຣີກາ ພັດທະນາຕັ້ງໜ້າພໍສົມຄວນ. ປະຈຸບັນ, ຫວຽດນາມ ມີການພົວພັນດ້ານການຄ້າກັບທັງ 55 ປະເທດ ອາບຟຣີກາ, ຍົກວົງເງິນການຄ້າປີ 2013 ບັນລຸປະມານ 4,3 ຕື້ USD.