ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມພິທີສະເຫຼີມສະຫຼອງ50ປີແຫ່ງຂະບວນການ3ກຽມພ້ອມ
ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ມອບນາມມະຍົດນັກວິລະຊົນກຳລັງປະກອບອາວຸດປະຊາຊົນໃຫ້ຄະນະຊາວໜຸ່ມ ຮ່າໂນ້ຍ
(ພາບ: TTXVN)
(vovworld) – ຕອນຄຳ່ວັນທີ 7/8, ໄດ້ດຳເນີນພິທີສະເຫຼີມສະຫຼອງ 50 ປີແຫ່ງຂະບວນການ 3 ກຽມພ້ອມຢູ່ຮ່າໂນ້ຍ, ໂດຍສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ແລະ ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ນະຄອນ ຮ່າໂນ້ຍ ສົມທົບກັນຈັດຕັ້ງ. ທີ່ພິທີສະເຫຼີມສະຫຼອງ, ບັນດາຜູ້ແທນໄດ້ທົບທວນຄືນປະຫວັດສາດ ແລະ ຄວາມໝາຍຂອງຂະບວນການ “3 ກຽມພ້ອມ”, ໂດຍຄະນະຊາວໜຸ່ມ ຮ່າໂນ້ຍ ປຸກລະດົມໃນວັນທີ 9/8/1964 ດ້ວຍເນື້ອໃນ: “ກຽມພ້ອມເຂົ້າເປັນທະຫານ, ກຽມພ້ອມຕໍ່ສູ້, ກຽມພ້ອມເສຍສະຫຼະຊີວິດ, ກຽມພ້ອມໄປເຖິງບໍ່ວ່າແຫ່ງໃດ, ເຮັດທຸກສິ່ງທຸກຢ່າງເມື່ອປະເທດມີຄວາມຕ້ອງການ”. ຈາກນັ້ນ, ຂະບວນການ “3 ກຽມພ້ອມ” ໄດ້ແຜ່ຂະຫຍາຍຢ່າງແຮງນັບແຕ່ຊຸມວັນທຳອິດດ້ວຍການໄດ້ລົງຖະໜົນຄັດຄ້ານການກະທຳຂອງຈັກກະພັດອາເມລິກາ ທີ່ລະເມີດເຂດນ່ານຟ້າ, ນ່ານທະເລຢູ່ພາກເໜືອ ຫວຽດນາມ ຂອງຊາວໜຸ່ມນະຄອນຫຼວງ 26.000 ຄົນ, ນີ້ກໍ່ແມ່ນຂະບວນການປະຕິວັດທີ່ກ້ວາງຂວາງ, ທີ່ສຸດຂອງຊາວໜຸ່ມໃນສະຕະວັດທີ 20 ເຊິ່ງ ຮ່າໂນ້ຍມີຄວາມເອກອ້າງທະນົງໃຈວ່ານັ້ນແມ່ນບ່ອນລິເລີ່ມ ແລະ ໄດ້ແຜ່ລາມອອກຢ່າງກ້ວາງຂວາງຢ່າງວ່ອງໄວໃນທົ່ວພາກເໜືອ, ອັນໄດ້ກະຕຸກຊຸກຍູ້ຊາວໜຸ່ມໃນໄລຍະນັ້ນນັບລ້ານຄົນເຂົ້າຮ່ວມ, ອຸທິດສ່ວນ, ເສຍສະຫຼະຊີວິດເພື່ອອຸດົມຄະຕິອັນສູງສົ່ງ, ເພື່ອພື້ນຖານເອກະລາດ, ເສລີພາບຂອງປະເທດຊາດ.
ຮັບຮູ້ບັນດາຜົນງານພິເສດໃນຊຸມປີຕໍ່ຕ້ານຕ້ານ ອາເມລິກາ ກູ້ຊາດ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ມອບນາມມະຍົດນັກວິລະຊົນກຳລັງປະກອບອາວຸດປະຊາຊົນໃຫ້ຄະນະຊາວໜຸ່ມ ຮ່າໂນ້ຍ, ປຸກລະດົມ, ສົ່ງເສີມຈິດໃຈໃຫ້ສະມາຊິກຊາວໜຸ່ມເສີມຂະຫຍາຍພາລະກິດ, ບົດບາດເປັນໄວໜຸ່ມນະຄອນຫຼວງໃນໄລຍະໃໝ່ເປັນຢ່າງດີ.