ປະທານປະເທດເຈືອງເຕີ໋ນຊາງເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດສປຊແລະຢ້ຽມຢາມກູບາ

ປະທານປະເທດເຈືອງເຕີ໋ນຊາງເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດສປຊແລະຢ້ຽມຢາມກູບາ - ảnh 1
(ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ່​ນຊາງ ແລະ ທ່ານ​
ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki – moon)

(vovworld) – ​ ຕອນ​ຄ່ຳ​ວັນ​ທີ 23/9 (ຕາມ​ເວລາ ຫວຽດນາມ), ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ່​ນຊາງ ​ແລະ ພັນ​ລະ​ຍາພ້ອມກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ​ໄດ້​ເດີນ​ທາງອອກ​ຈາກ​ນະຄອນ ຮ່າ​ໂນ້ຍ ​​ໄປ ນິວຢ໋ອກ, ອາ​ເມ​ລິ​ກ ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ສະຫະ​ປະຊາ​ຊາດ ຮັບຮອງ​ເອົາ​ໂຄງການ​ດຳ​ເນີນ​ງານ 2030 ກ່ຽວກັບ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ບັນດາ​ເຫດການຂັ້ນ​ສູງ​ທີ່​ກ່ຽວຂ້ອງ າ ​ໃນ​ລະຫວ່າງ​ວັນ​ທີ 24 – 28/9/2015 ຕາມ​ຄຳ​ເຊີນ​ຂອງ​ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki – moon ​ແລະ ຢ້ຽ​ມຢາມ​ສາທາລະນະ​ລັດ ກູ​ບາ ຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ວັນ​ທີ 28 – 30/9/2015 ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ​ສາທາລະນະ​ລັດ ກູ​ບາ Raul Catro Ruz.

        ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານ​ປະ​ເທດ​ ເຈືອງ​ເຕີ່​ນຊາງ ມີ​ຄວາມ​ໝາຍ​ສຳ​ຄັນ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະຫະ​ປະຊາ​ຊາດ ​ແລະ ສະ​ເຫຼີມສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ - ກູ​ບາ. ທ່ານ​ປະທານ​ປະ​ເທດ ເຈືອງ​ເຕີ່​ນຊາງ ຈະ​ເຂົ້າ​ຮ່ວມ​ບັນດາ​ເຫດການ​ໃນ​ຂອບ​ເຂດ​ຢູ່​ກອງ​ປະຊຸມ​ສຸດ​ຍອດ​ສະຫະ​ປະຊາ​ຊາດ, ພົບ​ປະ 2 ຝ່າຍ​ກັບ​ບາງ​ປະ​ເທດ​ສະມາ​ຊິກ.


ຂ່າວ/ບົດ​ອື່ນ