ປະທານປະເທດເຈືອງເຕີ໋ນຊາງເປັນປະທານກອງປະຊຸມຄັ້ງທີ22ຄະນະຊີ້ນຳການປະຕິຮູບຕຸລາການສູນກາງ

ປະທານປະເທດເຈືອງເຕີ໋ນຊາງເປັນປະທານກອງປະຊຸມຄັ້ງທີ22ຄະນະຊີ້ນຳການປະຕິຮູບຕຸລາການສູນກາງ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ
ກ່າວ​ຄຳ​ເຫັນ​ຊີ້​ນຳ​ໃນ​ກອງ​ປະຊຸມ​ຄັ້ງ​ທີ 22
(ພາບ: TTXVN)

(vovworld) - ​ວັນ​ທີ 18/9, ກ່າວ​ຄຳ​ເຫັນ​ຊີ້​ນຳ​ໃນ​ກອງ​ປະຊຸມ​ຄັ້ງ​ທີ 22 ຄະ​ນະ​ຊີ້​ນຳ​ການ​ປະຕິ​ຮູບ​ຕຸລາການ​ສູນ​ກາງ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ຫົວໜ້າ​ຄະນະ​ຊີ້​ນຳ ການ​ປະຕິ​ຮູບ​ຕຸລາການ​ສູນ​ກາງ ​ເນັ້ນ​ໜັກ​ວ່າ: ​ແຜນ​ຮ່າງ​ສະພາບ​ຕົວ​ຈິງ ​ແລະ ມາດ​ຕະການ​ປ້ອງ​ກັນ​ຕ້ານ​ການ​ຫຍໍ້​ທໍ້​ໃນ​ການ​ເຄື່ອນ​ໄຫວ​ຕຸລາການ​ແມ່ນ​ຫົວ​ເລື່ອງ​ຫຍຸ້ງຍາກ ​ແລະ ມີ​ຄວາມ​ສຳຄັນ​ທີ່​ສຸດ​ສຳລັບ​ການ​ເຄື່ອນ​ໄຫວ​ຂອງ​ຂະ​ແໜງ​ຕຸລາ​ການ. ທ່ານ​ປະທານ​ປະ​ເທດ ​ສະ​ເໜີ​ສານ​ປະຊາຊົນ​ສູງ​ສຸດ ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ຮັບ​ເອົາ​ຄຳ​ເຫັນ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບປະສິດທິ​ຜົນ​ຂອງ​ແຜນ​ຮ່າງ​ດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ