ປະທານປະເທດເຈືອງເຕີນຊາງເປັນປະທານກອງປະຊຸມຄະນະຊີ້ນຳປະຕິຮູບຕຸລາການສູນກາງຄັ້ງທີ18
ປະທານປະເທດເຈືອງເຕີນຊາງເປັນປະທານກອງປະຊຸມ
ຄະນະຊີ້ນຳປະຕິຮູບຕຸລາການສູນກາງຄັ້ງທີ18
(ພາບ: TH)
|
(vovworld) – ວັນທີ 30/1, ຢູ່ຮ່າໂນ້ຍ, ຄະນະຊີ້ນຳປະຕິຮູບຕຸລາການສູນກາງໄດ້ຈັດຕັ້ງວາລະປະຊຸມຄັ້ງທີ 18, ປຶກສາຫາລືປະກອບຄຳເຫັນໃສ່: ບົດລາຍງານບາງເນື້ອໃຈພື້ນຖານຂອງການປັບປຸງ, ເພີ່ມເຕີມປະມວນກົດໝາຍອາຍາ, ລາຍງານບັນດາເນື້ອໃນພື້ນຖານຂອງການປັບປຸງ, ເພີ່ມເຕີມປະມວນກົດໝາຍດຳເນີນຄະດີອາຍາ. ທ່ານປະທານປະເທດ ເຈືອງເຕີນຊາງ, ຫົວໜ້າຄະນະຊີ້ນຳປະຕິຮູບຕຸລາການສູນກາງ ເປັນປະທານວາລະປະຊຸມ.
ເມື່ອສະຫລຸບກອງປະຊຸມ, ທ່ານປະທານປະເທດ ເຈືອງເຕີນຊາງ, ຫົວໜ້າຄະນະຊີ້ນຳປະຕິຮູບຕຸລາການສູນກາງ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງບັນດາຫົວໜ່ວຍກະກຽມແຜນຮ່າງ ແລະ ໃບສະເໜີ. ບັນດາແຜນຮ່າງນີ້ໄດ້ຕອບສະໜອງຕາມວິວັດການກໍ່ສ້າງລະບົບກົດໝາຍພາຍຫຼັງລັດຖະທຳມະນູນປີ 2013 ມີຜົນສັກສິດ. ທ່ານປະທານປະເທດ ເຈືອງເຕີນຊາງ ໃສ່ໃຈວ່າ ເມື່ອບັນດາແຜນຮ່າງນີ້ໄດ້ຮັບການປະຕິບັດຕ້ອງຕອບສະໜອງໄດ້ຫຼັກການນັ້ນແມ່ນຄວາມຍຸຕິທຳ, ປົກປ້ອງສິດຜົນປະໂຫຍດ ແລະ ຜົນປະໂຫຍດຂອງລັດ ແລະ ປະຊາຊົນ.
ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນໜັກບັນດາແຜນຮ່າງໄດ້ຍື່ນສະເໜີໃນມື້ນີ້ແມ່ນເພື່ອສ້າງລະບົບກົດໝາຍ ຫວຽດນາມ ໃຫ້ສົມບູນແບບ. ຜ່ານນັ້ນ, ສິດພົນລະເມືອງ, ສິດທິມະນຸດໄດ້ຮັບການຮັບປະກັນ. ຈາກນັ້ນສະແດງໃຫ້ເຫັນລະບົບກົດໝາຍຂອງ ຫວຽດນາມ ແມ່ນຍາມໃດກໍ່ປົກປ້ອງສິດທິມະນຸດ, ສິດຂອງພົນລະເມືອງ.