(vovworld) - ຕອນບ່າຍວັນທີ 8/12, ຢູ່ຮ່າໂນ້ຍ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍິນ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດສະຫະພັນລັດເຊຍ ປະຈຳຫວຽດນາມ Andrei kovtun ເຂົ້າຢ້ຽມຄຳນັບ, ເນື່ອງໃນໂອກາດສິ້ນສຸດການປະຕິບັດໜ້າທີ່ການທູດຢູ່ຫວຽດນາມ. ທ່ານ ຫງວຽນທ້ຽນເຍິນຢັ້ງຢືນວ່າ, ຫວຽດນາມ ຖືເປັນສຳຄັນການພົວພັນກັບສະຫະພັນລັດເຊຍ, ຖືລັດເຊຍ ແມ່ນບຸລິມາສິດສູງໃນນະໂຍບາຍການຕ່າງປະເທດຂອງຕົນ. ເລື່ອງສອງປະເທດຍົກການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນໄລຍະໃໝ່ມີຄວາມໝາຍສຳຄັນ ເພື່ອເຮັດໃຫ້ການຮ່ວມມືພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ແທດຈິງໃນທຸກຂົງເຂດ. ຕີລາຄາສູງການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດໃນອະຍຸການປະຕິບັດງານ, ທ່ານ ຫງວຽນທ້ຽນເຍິນຫວັງວ່າ, ທ່ານເອກອັກຄະລັດຖະທູດ Andrei kovtunຈະສືບຕໍ່ປະກອບສ່ວນເຂົ້າໃນການປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ - ສະຫະພັນລັດເຊຍ.