(vovworld) - ຕອນເຊົ້າວັນທີ 02/02, ທ່ານປະທານສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ ໄດ້ຖະຫວາຍທູບທຽນອາໄລຫາປະທານໂຮ່ຈິມິນ ຢູ່ເຂດອະນຸສອນສະຖານປະທານໂຮ່ຈິມິນ. ຕໍ່ໜ້າດ່ວງວິນຍານປະທານໂຮ່ຈິມິນ, ທ່ານປະທານສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ ຢືນຢັນວ່າ: ສູນກາງແນວໂຮມປະເທດຊາດຫວຽດນາມ ທຸກຂັ້ນ ໝັ້ນໝາຍຈະຮ່ຳຮຽນຕາມແບບຢ່າງຂອງປະທານໂຮ່ຈິມິນ ຕະຫຼອດຊີວິດ, ປະກອບສ່ວນປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 4 ຊຸດທີ 12 ຢ່າງມີໄຊ, ປະກອບສ່ວນພ້ອມກັບພັກ, ລັດ ເສີມຂະຫຍາຍຈິດໃຈ, ກຳລັງແຮງຢ່າງມີຫົວຄິດປະດິດສ້າງຂອງປະຊາຊົນ ນຳປະເທດຊາດພັດທະນາກ້າວຂຶ້ນ, ຮັກສາເອກະລາດອະທິປະໄຕແຫ່ງຊາດ.
ເນື່ອງໃນໂອກາດນີ້, ທ່ານປະທານສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ ໄດ້ຢ້ຽມຢາມ, ອວຍພອນພະນັກງານ, ພາລະກອນເຂດອະນຸສອນສະຖານປະທານໂຮ່ຈິມິນ.