(vovworld) - ຕອນຄໍ່າວັນທີ 14/11, ທ່ານນາງ Valentina Ivanovna Matviyenko, ປະທານສະພາສູງສະຫະພັນລັດເຊຍ ແລະ ຄະນະຜູ້ແທນຂັ້ນສູງສະພາສູງລັດເຊຍ ໄດ້ເດີນທາງອອກຈາກຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມສັນຖາວະໄມຕີຫວຽດນາມ ຢ່າງເປັນທາງການ.
ໃນໄລຍະຢູ່ຢ້ຽມຢາມຫວຽດນາມ (ໃນລະຫວ່າງວັນທີ 13 – 14/11), ທີ່ບັນດາການເຈລະຈາ, ໂອ້ລົມສົນທະນາ ແລະ ພົບປະກັບບັນດາການນຳຫວຽດນາມ, ທ່ານປະທານສະພາສູງລັດເຊຍ ໄດ້ສະແດງຄວາມເຄົາລົບ ແລະ ນິຍົມນັບຖືຕໍ່ບັນດາຜົນງານຂອງປະຊາຊົນຫວຽດນາມ ໃນການກໍ່ສ້າງ ແລະ ພັດທະນາປະເທດຊາດ; ຖືວ່າ, ມີຫຼາຍກາລະໂອກາດເພື່ອໃຫ້ຫວຽດນາມ ແລະ ສະຫະພັນລັດເຊຍ ຍູ້ແຮງການຮ່ວມມື, ໂດຍສະເພາະແມ່ນໃນຂົງເຂດພະລັງງານ, ຮ່ວມມືດ້ານສຶກສາ, ປ້ອງກັນຊາດປ້ອງກັນຄວາມສະຫງົບ. ສອງຝ່າຍກໍເປັນເອກະພາບນຳກັນຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຍູ້ແຮງການພົວພັນຮ່ວມມື, ເພີ່ມພູນຄຸນສ້າງນ້ຳໃຈມິດຕະພາບລະຫວ່າງສອງລັດ ແລະ ສອງຊາດ ໃຫ້ນັບມື້ນັບໄດ້ຮັບບັນດາຜົນງານໃໝ່.
ກ່ອນໜ້ານັ້ນ, ທ່ານເລຂາທິການໃຫຍ່ຄະນະບໍລິການງານສູນກາງພັກກອມມູນິດຫວຽດນາມ Nguyen Phu Trong ແລະ ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ກໍໃຫ້ການຕ້ອນຮັບທ່ານນາງ Valentina Ivanovna Matviyenko ປະທານສະພາສູງສະຫະພັນລັດເຊຍ.