(ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ແລະ
ທ່ານ Milan Stech, ປະທານສະພາສູງ ສ.ເຊັກໂກ)
(vovworld) – ຕອນບ່າຍວັນທີ 20 ພະຈິກ ຄະນະຜູ້ແທນຂັ້ນສູງສະພາສູງ ສ.ເຊັກໂກ ໂດຍທ່ານ Milan Stech, ປະທານສະພາສູງພ້ອມດ້ວຍ ພັນລະຍາ ໄດ້ເດີນທາງອອກຈາກນະຄອນ ໂຮ່ຈີມິນ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຢ່າງຈົບງາມ. ໃນການຢ້ຽມຢາມ ຫວຽດນາມ ແຕ່ວັນທີ 15 – 20/11/2015, ປະທານສະພາສູງ ສ.ເຊັກໂກ Milan Stech ໄດ້ເຈລະຈາກັບທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ, ເຂົ້າຢ້ຽມຂ່ຳນັບທ່ານປະທານປະເທດ ເຈືອງເຕີ໋ນຊາງ; ພົບປະກັບທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ, ຢ້ຽມຢາມສະຖານທີ່ປະຫວັດສາດ, ວັດທະນະທຳ, ທ່ອງທ່ຽວຈຳນວນໜຶ່ງຢູ່ ຮ່າໂນ້ຍ, ກວາງນິງ, ດ່າໜັງ, ກວາງນາມ ແລະ ນະຄອນໂຮ່ຈີມິນ…
ທີ່ການເຈລະຈາ, ພົບປະຄັ້ງຕ່າງໆ ບົນນ້ຳໃຈແຫ່ງການຮ່ວມມື, ພັດທະນາ, 2 ຝ່າຍເຫັນດີເປັນເອກະພາບນຳກັນ ຈະເພີ່ມທະວີການຮ່ວມມືໃນຂົງເຂດລັດຖະສະພາ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫລາຍຝ່າຍ ແລະ 2 ຝ່າຍ, ກໍຄືການຮ່ວມມືຢ່າງແໜ້ນແຟ້ນໃນການປະຕິບັດຖະແຫຼງການຂອງສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນຄັ້ງທີ 132 ຢູ່ ຮ່າໂນ້ຍ ແລະ ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ. 2 ຝ່າຍເຫັນດີເປັນເອກະສັນຊຸກຍູ້ການຮ່ວມມືຮອບດ້ານ, ພິເສດແມ່ນສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ, ນັກທຸລະກິດ 2 ປະເທດເພີ່ມທະວີແລກປ່ຽນການຮ່ວມມື; ເປີດກ້ວາງການຮ່ວມມືດ້ານການສຶກສາ, ການທ່ອງທ່ຽວ, ວັດທະນະທຳ ແລະ ພົວພັນແລກປ່ຽນປະຊາຊົນ 2 ປະເທດ.
ກ່ອນໜ້ານັ້ນ ໃນຕອນເຊົ້າວັນທີ 20/11, ຢູ່ນະຄອນໂຮ່ຈີມິນ, ທ່ານປະທານສະພາສູງ ສ.ເຊັກໂກ Milan Stech ພ້ອມກັບຄະນະໄດ້ລົງຢ້ຽມຢາມ ແລະ ໂອ້ລົມກັບຄູອາຈານ, ນັກສຶກສາມະຫາວິທະຍາໄລ ໂຕນດືກທັ໋ງ. ທີ່ການພົບປະ, ທ່ານປະທານສະພາສູງ ສ.ເຊັກໂກ Milan Stech ຢືນຢັນເຖິງ: ການພົວພັນດ້ານການທູດອັນດີງາມລະຫວ່າງ 2 ປະເທດ ຫວຽດນາມ ແລະ ສ.ເຊັກໂກ, ພ້ອມກັນນັ້ນ ກໍແບ່ງປັນບັນດາຂໍ້ມູນຂ່າວສານທີ່ ນັກສຶກສາ, ຄູອາຈານ ຫວຽດນາມ ສ່ວນຫລາຍມີຄວາມ ສົນໃຈກ່ຽວກັບຂົງເຂດການຮ່ວມມືດ້ານສຶກສາ - ບຳລຸງສ້າງ ແລະ ວັດທະນະທຳກັບ ສ.ເຊັກໂກ.
ມະຫາວິທະຍາໄລ ໂຕນດືກທັ໋ງ ແມ່ນມະຫາວິທະຍາໄລແຫ່ງທຳອິດຂອງ ຫວຽດນາມ ຜັນຂະຫຍາຍໂຄງການຮ່ວມມືບຳລຸງສ້າງລະດັບປະລິນຍາເອກຕາມຮູບແບບ Sandwich ກັບບັນດາ ມະຫາວິທະຍາໄລຢູ່ ສ.ເຊັກໂກ.