ປະທານສະພາແຫ່ງ ຊາດ ຫງວຽນຊິງຮຸ່ງ ເຈລະຈາກັບປະທານ ສະພາຕຳ່ອົດສະຕາລີ

ປະທານສະພາແຫ່ງ ຊາດ ຫງວຽນຊິງຮຸ່ງ ເຈລະຈາກັບປະທານ ສະພາຕຳ່ອົດສະຕາລີ - ảnh 1
ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ​ແລະ ທ່ານ​ນາງປະທານ​ສະພາ​ຕຳ່​ອົດ​ສະ​ຕາ​ລີ Anna Burke
(ພາບ:nguyentandung.org)


(vovworld) – ຕອນ​ບ່າຍ​ວັນ​ທີ 22/5, ຢູ່​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ພິທີ​ຕ້ອນຮັບ​ທ່ານ​ນາງປະທານ​ສະພາ​ຕຳ່​ອົດ​ສະ​ຕາ​ລີ Anna Burke ມາ​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ ​ໃນ​ລະຫວ່າງ​ວັນ​ທີ 22-24/5, ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ. ພາຍຫຼັງ​ພິທີ​ຕ້ອນຮັບ, ທ່ານປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ແລະ ທ່ານ​ນາງປະທານ​ສະພາ​ຕຳ່​ອົດ​ສະ​ຕາ​ລີ Anna Burke ​ໄດ້​ດຳ​ເນີນ​ການ​ເຈລະຈາ. ທ່ານປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ​ຕີ​ລາຄາ​ສູງ​ການ​ແລກປ່ຽນ​ລະຫວ່າງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ (ສສ) ສອງ​ປະ​ເທດ, ພິ​ເສດ​ແມ່ນ​ລະຫວ່າງ​ສອງ​ກຸ່ມ ສສ ມິດຕະພາບ ​ແລະ ການ​ນຳ​ຂອງ​ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ. ທ່ານປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ​ຫວັງ​ວ່າ ສອງ​ຝ່າຍ​ຈະ​ສືບ​ຕໍ່​ຮ່ວມ​ມື ​ແລະ ສະໜັບສະໜູນ​ກັນ​ບົນ​ເວທີ​ພາກ​ພື້ນ ​ແລະ ສາກົນ.

ສ່ວນທ່ານ​ນາງປະທານ​ສະພາ​ຕຳ່​ອົດ​ສະ​ຕາ​ລີ Anna Burke ກໍ່​ຢືນຢັນ​ວ່າ​, ທ່ານ​ນາງ​ເອງ ກໍ່​ຄື​ສະພາ​ແຫ່ງ​ຊາດ​ອົດ​ສະ​ຕາ​ລີ ຈະ​ມານະ​ພະຍາຍາມ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ລະຫວ່າງ​​ສະພາ​ແຫ່ງ​ຊາດ, ລັດຖະບານ​ສອງ​ປະ​ເທດ. ທ່ານ​ນາງ​ຖື​ວ່າ ການ​ຮ່ວມ​ມື​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ສ້າງສັນ​ຕິ​ພາບ​ໃນ​ພາກ​ພື້ນ​ມີ​ຄວາມ​ສຳຄັນ​ທີ່​ສຸດ, ​ເພາະວ່າ ອົດ​ສະ​ຕາ​ລີ​ຢາກ​ຮັກສາ ​ແລະ ຍົກ​ສູງ​ການ​ພົວພັນ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​ຫວຽດນາມ​ໃນ​ຂົງ​ເຂດ​ນີ້.

ຂ່າວ/ບົດ​ອື່ນ