ປະທານສະພາແຫ່ງຊາດ ລົງຢ້ຽມຢາມ, ລະດົມກຳລັງໃຈບັນດາຄອບຄົວນັບຮົບທີ່ເສຍສະຫຼະຊີວິດໃນເຫດພາຍຸນ້ຳຖ້ວມ ຢູ່ເຂດພາກກາງ
(VOVWORLD) -ຢູ່ນະຄອນວິງ, ແຂວງເງະອານ, ທ່ານນາງປະທານສະພາແຫ່ງຊາດ ໄດ້ພົບປະ ແລະ ລະດົມກຳລັງໃຈບັນດາຍາດຕິພີ່ນ້ອງຄອບຄົວນັກຮົບທີ່ເສຍສະຫຼະຊີວິດໃນການປະຕິບັດໜ້າທີ່ໃນເຫດພາຍຸນ້ຳຖ້ວມ ຢູ່ເຂດພາກກາງເມື່ອເດືອນຕຸລາທີ່ຜ່ານມາ.
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນມອບຂອງຂວັນໃຫ້ແກ່ຄອບຄົວນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ 35 ຄອບຄົວ
|
ຕອນບ່າຍວັນທີ 30 ພະຈິກ, ຢູ່ແຂວງເງະອານ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະປະຕິບັດງານ ໄດ້ລົງຢ້ຽມຢາມ ແລະ ຈຸບທູບທຽນ ຢູ່ ຄອບຄົວ 2 ໃນຈຳນວນ 13 ນັບຮົບເສຍສະຫຼະຊີວິດຢູ່ນະຄອນວິງ ທີ່ໄດ້ເສຍສະຫຼີຊີວິດໃນການປະຕິບັດໜ້າທີ່ກູ້ໄພກູ້ຊີບຢູ່ເຂື່ອນໄຟຟ້ານ້ຳຕົກ ຣ່າວຈັງ 3 (ແຂວງເທື່ອທຽນ - ເຫ້ວ) ໃນຮຸ່ງເຊົ້າວັນທີ 13 ຕຸລາ ປີ 2020.
ຢູ່ນະຄອນວິງ, ແຂວງເງະອານ, ທ່ານນາງປະທານສະພາແຫ່ງຊາດ ໄດ້ພົບປະ ແລະ ລະດົມກຳລັງໃຈບັນດາຍາດຕິພີ່ນ້ອງຄອບຄົວນັກຮົບທີ່ເສຍສະຫຼະຊີວິດໃນການປະຕິບັດໜ້າທີ່ໃນເຫດພາຍຸນ້ຳຖ້ວມ ຢູ່ເຂດພາກກາງເມື່ອເດືອນຕຸລາທີ່ຜ່ານມາ. ທ່ານນາງປະທານສະພາແຫ່ງຊາດ ໄດ້ສະເໜີໃຫ້ທະຫານເຂດ 4 ສືບຕໍ່ສ້າງເງື່ອນໄຂ, ແບ່ງປັນຄວາມເສຍຫາຍກັບບັນດາຄອບຄົວພະນັກງານ, ນັກຮົບທີ່ໄດ້ເສຍສະຫຼະຊີວິດ…