(ທ່ານປະທານສະພາແຫ່ງຊາດ ສີລັງກາ
ພົບປະກັບທ່ານປະທານປະເທດ ເຈືອງເຕີນຊາງ)
(vovworld) - ໂດຍສືບຕໍ່ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ວັນທີ 16/07, ທ່ານປະທານສະພາແຫ່ງຊາດ ສີລັງກາ Chamal Rajapaksa ໄດ້ເຮັດວຽກກັບບັນດາກະຊວງ, ຂະແໜງການຕ່າງໆຂອງຫວຽດນາມ. ວັນທີ 15/07, ທ່ານປະທານສະພາແຫ່ງຊາດ ສີລັງກາ ໄດ້ມີການເຈລະຈາກັບທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ, ພົບປະກັບທ່ານປະທານປະເທດ ເຈືອງເຕີນຊາງ, ຢ້ຽມຢາມຫໍພິພິທະພັນໂຮ່ຈິມິນ; ໄປຢ້ຽມຢາມ, ເຮັດວຽກກັບສະຖາບັນສົງຫວຽດນາມ. ແລະກໍ່ໃນວັນທີ 15/07, ສາດສະດາຈານ T.Vitharana, ລັດຖະມົນຕີກະຊວງຂັ້ນສູງກ່ຽວກັບວິທະຍາສາດ, ເລຂາທິການໃຫຍ່ພັກສັງຄົມນິຍົມ ສິລັງກາ ໄດ້ມີບັນດາການພົບປະ, ເຮັດວຽກກັບຄະນະການນຳຄະນະພົວພັນຕ່າງປະເທດສູນກາງພັກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ.