ປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ເຂົ້າຮ່ວມ ກອງປະຊຸມບັນດານັກລົງທຶນ ເຂົ້າແຂວງ ເງ້ອານ

ປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ເຂົ້າຮ່ວມ ກອງປະຊຸມບັນດານັກລົງທຶນ ເຂົ້າແຂວງ ເງ້ອານ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງຊາດ ຫວຽດນາມ ຫງວຽນ​ຊິງ​ຮູ່ງ ເຂົ້າຮ່ວມກອງປະຊຸມ
(ພາບປະກອບ)

(vovworld) – ຕອນ​ເຊົ້າ​ວັນ​ທີ 23/2, ຢູ່​ນະຄອນ ວິ​ງ, ​ແຂ​ວງ ​ເງ້ອານ, ຄະນະ​ກຳມະການ​ປະຊາຊົນ ​ແຂວງ ​ເງ້ອານ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸ​ມພົບ​ປະ​ສັງ​ສັນ​ຕົ້ນ​ລະດູບານ​ໃໝ່ ກັບ​ບັນດາ​ນັກ​ລົງທຶນ. ​ນີ້​ເປັນ​ຄັ້ງ​ທີ 5 ຢ່າງ​ລຽນຕິດທີ່​ແຂວງ ​ເງ້ອານ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ເພື່ອ​ສົ່ງ​ເສີມ​ກາ​ນລົງທຶນ​ໃນ​ໂອກາດ​ຕົ້ນ​ລະດູບານ​ໃໝ່, ​ເພື່ອ​ແນ​ໃສ່​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ວິ​ສະຫະ​ກິດ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເຂົ້າ​ມາ​ລົງທຶນ, ພັດທະນາ. ມາຮອດ​ປະຈຸ​ບັນ, ​ແຂວງ ​ເງ້ອານ  ໄດ້ດຶງ​ດູດ​ 335 ​ໂຄງການ​ລົງທຶນ​ທັງຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ, ດ້ວຍ​ຍອດ​ຈຳນວນເງິນ​ລົງທຶນ​ທີ່​ໄດ້​ໝັ້ນໝາຍ​ແມ່ນ​ກ່ວາ 100.000 ຕື້​ດົ່ງ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງຊາດ ຫວຽດນາມ ຫງວຽນ​ຊິງ​ຮູ່ງ ສະ​ເໜີ​ໃຫ້​ແຂວງ ​ເງ້ອານ ​ແລະ ບັນດາ​ນັກທຸລະກິດ, ວິ​ສາ​ຫະກິດ​ຄວນ​ປ່ຽນ​ໃໝ່​ຄວາມ​ຄິດ, ວິທີ​ປະຕິບັດ ​ເພື່ອ​ລົງທຶນ ​ເຂົ້າ​ແຂວງ ​ເງ້ອານ ບັນລຸ​ປະສິດທິ​ຜົນ​ສູງ​ສຸດ. ກ່ອນ​ອື່ນ​ໝົດ ​ແມ່ນ ຜັນ​ຂະຫຍາຍ​ທຸກໆ​ແຫຼ່ງຊັບພະຍາກອນ​ມະນູດ, ປ່ຽນ​ໃໝ່​ພື້ນຖານ​ບໍລິຫານ​ຢ່າງ​ແຮງ ​ເພື່ອ​ສ້າງໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່ ກ່ອນ​ອື່ນ​ໝົດ​ແມ່ນ​ຂົງ​ເຂດ​ການ​ລົງທຶນ, ນຳ​ໃຊ້​ພຸມ​ປັນຍາ ​ແລະ ຂຸດ​ຄົ້ນ​ທຸກ​ຄວາມ​ສາມາດ​ບົ່ມ​ຊ້ອນ, ​ທ່າ​ແຮງ ຢ່າງ​ມີ​ປະສິດທິ​ຜົນ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ສະ​ເໜີ​ວ່າ: ​ໃນ​ການ​ລົງທຶນ​ພັດທະນາ, ​ແຂວງ ​ເງ້ອານ ຕ້ອງ​ຖື​ເປັນ​ສຳຄັນ​ປັດ​ໄຈ​ຮ່ວມ​ສຳພັນເຂດ ​ແລະ ​ຕ້ອງເໝາະ​ສົມ​ກັບ​ແຜນກຳນົດ​ພັດທະນາ​ຂອງ​ທົ່ວ​ປະ​ເທດ, ຊຸກຍູ້​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ ​ໄປຄຽງ​ຄູ່​ກັບ​ການປັບ​ປຸງ​ດ້ານບໍລິຫານ ​ເພື່ອ​ສ້າງ​ກຳລັງ​ໜູນ​ໃໝ່​ສູງ​ກ່ວາ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ກ່ວາ.

 

ຂ່າວ/ບົດ​ອື່ນ