(vovworld) - ທີ່ການເຮັດວຽກກັບອົງການກວດກາລັດຖະບານໃນຕອນເຊົ້າວັນທີ 31/03, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໄດ້ຮັບຟັງອົງການກວດກາລັດຖະບານ ລາຍງານໝາກຜົນວຽກງານກວດກາແຕ່ປີ 2011 – 2013 ແລະ ທິດທາງຫນ້າທີ່ປີ 2014 – 2015. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ສະເໜີໃຫ້ຂະແໜງກວດກາ ຕ້ອງຍົກສູງປະສິດທິພາບ, ປະສິດທິຜົນແຫ່ງການເຄື່ອນໄຫວ. ທ່ານປະທານສະພາແຫງຊາດ ຫງວຽນຊິງຮຸ່ງ ຮຽກຮ້ອງໃຫ້ພະນັກງານທີ່ເຮັດວຽກງານກວດກາແຕ່ລະຄົນ ຍາມໃດກໍ່ຕ້ອງໃກ້ຊິດຕິດແທດກັບປະຊາຊົນ ເພື່ອແກ້ໄຂບັນດາບັນຫາທີ່ເຄັ່ງຮ້ອນຂອງປະຊາຊົນຢ່າງທັນການ, ຫຼຸດຜ່ອນການຮ້ອງຟ້ອງ ແລະ ນຳມາເຊິ່ງຄວາມສະເໝີພາບ, ຍຸຕິທຳໃຫ້ແກ່ປະຊາຊົນ.
“ພວກເຮົາຕ້ອງມີຖັນແຖວພະນັກງານທີ່ມີຄຸນສົມບັດ, ມີຄຸນນະທາດປອດໃສ, ມີລະດັບຄວາມຮູ້, ຄວາມສາມາດເໝາະສົມກັບຄວາມຮຽກຮ້ອງຕ້ອງການຂອງວຽກງານ. ພວກເຮົາກໍ່ຕ້ອງມີຖັນແຖວພະນັກງານທີ່ມີຄຸນນະທາດຢ່າງພຽງພໍເພື່ອຕໍ່ສູ້ ເຮັດໃຫ້ທຸກຄົນມີຄວາມໄວ້ເນື້ອເຊື່ອໃຈ. ນີ້ແມ່ນຄວາມຮັບຜິດຊອບຂອງອົງການກວດກາລັດຖະບານ. ອົງການກວດກາ ທັງແມ່ນອົງການຂອງປະຊາຊົນ, ກຳແໜ້ນຄວາມມຸ່ງມາດປາດຖະໜາຂອງປະຊາຊົນໂດຍກົງ, ຮັບປະກັນຄວາມສະເໝີພາບ, ສົມເຫດສົມຜົນ. ສະນັ້ນ, ສຽງເວົ້າຂອງອົງການກວດກາຕ້ອງແມ່ນສຽງເວົ້າຂອງປະຊາຊົນ. ພວກເຮົາຕ້ອງປົກປ້ອງປະຊາຊົນ, ເປັນຜູ້ຕາງໜ້າຂອງປະຊາຊົນ ແລະ ຮັບປະກັນໃຫ້ລັດຖະທຳມະນູນ, ກົດໝາຍໄດ້ຮັບການປະຕິບັດຢ່າງຍຸຕິທຳ”.
ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ ກໍ່ຮຽກຮ້ອງໃຫ້ທົ່ວຂະແໜງກວດກາ ຕ້ອງກຳໄດ້ບັນດາເນື້ອໃນຂອງລັດຖະທຳມະນູນໃໝ່ ເພື່ອປະຕິບັດບົດບາດໜ້າທີ່ຢ່າງມີປະສິດທິຜົນ, ນຳລັດຖະທຳມະນູນໃໝ່ເຂົ້າສູ່ຊີວິດຕົວຈິງ.