ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕ້ອນຮັບຜູ້ອຳນວຍການໃຫຍ່ທະນາຄານໂລກ
|
(vovworld) - ທີ່ການຕ້ອນຮັບ ຜູ້ອຳນວຍການໃຫຍ່ທະນາຄານໂລກ (WB) Kristalina Georieva ໃນຕອນບ່າຍວັນທີ 23/3, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໃຫ້ຮູ້ວ່າ: ເກືອບ 170 ໂຄງການໂດຍທະນາຄານໂລກອຸປະຖຳໃຫ້ ຫວຽດນາມ ໄດ້ປະຕິບັດເປັນຢ່າງດີ, ພ້ອມທັງຂອບໃຈທະນາຄານໄດ້ສ້າງກົນໄກໜູນຊ່ວຍຫັນປ່ຽນທຶນກູ້ຢຶມບຸລິມະສິດໃຫ້ແກ່ ຫວຽດນາມ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຖືວ່າ: ເອກະສານຂອບເຂດຄູ່ຮ່ວມມືແຫ່ງຊາດ, ຫວຽດນາມ - WB ໄລຍະ 2017 – 2022 ເຊິ່ງ WB ພວມກໍ່ສ້າງມີບັນດາຈຸດທີ່ຄ້າຍຄືກັນ, ເໝາະສົມກັບບັນດາບຸລິມະສິດພັດທະນາຂອງ ຫວຽດນາມ.
ສ່ວນທ່ານນາງ ຜູ້ອຳນວຍການໃຫຍ່ທະນາຄານໂລກ Kristalina Georieva ໃຫ້ຮູ້ວ່າ: ໄລຍະຈະມາເຖິງ, ທະນາຄານໂລກຈະສືບຕໍ່ໜູນຊ່ວຍ ຫວຽດນາມ, ພິເສດໃນຂົງເຂດນິຕິບັນຍັດ, ສືບຕໍ່ຮ່ວມມືກັບລັດຖະບານ ຫວຽດນາມ ໃນການປະຕິຮູບລັດວິສາຫະກິດ, ປະຕິຮູບການເງິນ ແລະ ບັນດາສິ່ງທ້າທາຍກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ.