ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢ້ຽມຢາມ ສ.ຕວກກີ ຢ່າງເປັນທາງການ

(VOVWORLD) -  ຕອນບ່າຍວັນທີ 10 ຕຸລາ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ໄປຮອດນະຄອນຫລວງ ອານກາຣາ, ຢ້ຽມຢາມ ຕວກກີ ຢ່າງເປັນທາງການຕາມຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ຕວກກີ Binali Yidirim.
 ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢ້ຽມຢາມ ສ.ຕວກກີ ຢ່າງເປັນທາງການ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ (ພາບ: TTXVN)

ພາຍຫລັງໄປຮອດນະຄອນຫລວງ ອານກາຣາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ພົບປະກັບພະນັກງານ, ພາລະກອນສະຖານທູດ ຫວຽດນາມ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ທີ່ພວມດຳລົງຊີວິດ, ຮ່ຳຮຽນ, ເຮັດວຽກຢູ່ ຕວກກີ. ກ່າວຄຳເຫັນທີ່ການພົບປະ, ທ່ານນາງປະທານສະພາແຫ່ງຊາດຢືນຢັນວ່າ: ພັກ, ລັດ, ສະພາແຫ່ງຊາດຍາມໃດກໍ່ສະຫງວນຄວາມເອົາໃຈໃສ່, ການສະໜັບສະໜູນ, ສ້າງເງື່ອນໄຂສະດວກ ເພື່ອໃຫ້ບັນດາອົງການຕາງໜ້າຂອງ ຫວຽດນາມ ປະຈຳຕ່າງປະເທດ ໄດ້ເຄື່ອນໄຫວຢ່າງສະດວກທີ່ສຸດ, ປະກອບສ່ວນຮັບໃຊ້ກິດຈະການປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ. ທ່ານນາງປະທານສະພາແຫ່ງຊາດສະເໜີວ່າ ໃນໄລຍະຈະມາເຖິງ, ສະຖານທູດ ຫວຽດນາມ ປະຈຳ ຕວກກີ ຈະເພີ່ມທະວີການແນະນຳ, ໂຄສະນາພາບພົດຂອງ ຫວຽດນາມ.

        ເມື່ອໂອ້ລົມກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ຢູ່ ຕວກກີ, ທ່ານນາງປະທານສະພາແຫ່ງຊາດຢືນຢັນວ່າ: ດ້ວຍນະໂຍບາຍມະຫາສາມັກຄີທົ່ວປວງຊົນທັງຊາດ, ພັກ ແລະ ລັດ ຍາມໃດກໍ່ສ້າງເງື່ອນໄຂສະດວກ ເພື່ອໃຫ້ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດດຳລົງຊີວິດເປັນປົກກະຕິ, ເຊື່ອມຕົວເຂົ້າກັບສັງຄົມປະເທດປະຈຳຖິ່ນ, ຊ່ວຍປະຊາຄົມຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳຂອງຊາດ, ອ່ວາຍໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດ. ທ່ານນາງປະທານສະພາແຫ່ງຊາດປາດຖະໜາວ່າ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຕວກກີ ຍາມໃດກໍ່ເຄົາລົບ ແລະ ປະຕິບັດກົດໝາຍຂອງປະເທດປະຈຳຖິ່ນຢ່າງເຂັ້ມງວດ; ສືບຕໍ່ເສີມຂະຫຍາຍມູນເຊື້ອສາມັກຄີ, ຄວາມຮັກຊາດ, ອ່ວາຍໜ້າເມືອຫາກົກເຄົ້າເຫງົ້າກໍ, ຮ່ວມແຮງຮ່ວມໃຈສ້າງສາຍພົວພັນ ຫວຽດນາມ ແລະ ຕວກກີ.

 

ຕອບກັບ

ຂ່າວ/ບົດ​ອື່ນ