(ພາບ:truongtansang.net)
(vovworld)- ໂດຍໄດ້ຮັບຄຳເຊີນຂອງທ່ານປະທານສະພາແຫ່ງຊາດຫວຽດນາມຫງວຽນຊິງຮຸ່ງ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດສີລັງກາ ໂດຍທ່ານປະທານສະພາແຫ່ງຊາດ Chamal Rajapaksa ນຳໜ້າ ໄດ້ເດີນທາງມາຮອດຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ຕອນເຊົ້າວັນທີ 15/7, ພິທີຕ້ອນຮັບທ່ານປະທານສະພາແຫ່ງຊາດສີລັງກາ ແລະ ຄະນະ ໄດ້ຖືກຈັດຂຶ້ນຢ່າງສົມກຽດ. ພາຍຫຼັງພິທີຕ້ອນຮັບ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໂດຍ ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ ນຳໜ້າໄດ້ດຳເນີນການພົບປະເຈລະຈາກັບຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດສີລັງກາ ໂດຍທ່ານປະທານສະພາແຫ່ງຊາດ Chamal Rajapaksa ນຳໜ້າ.
ສອງຝ່າຍສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຈະປະກອບສ່ວນຊຸກຍູ້ການພົວພັນຮ່ວມມືມິດຕະພາບ, ມູນເຊື້ອລະຫວ່າງຫວຽດນາມ-ສີລັງກາ ກ່ວາອີກ, ເພີ່ມທະວີການພົວພັນລະຫວ່າງສະພາແຫ່ງຊາດ ແລະ ການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ. ສອງຝ່າຍເຫັນດີເປັນເອກະສັນຈະເພີ່ມທະວີການຮ່ວມມືລະຫວ່າງສອງສະພາແຫ່ງຊາດກ່ວາອີກ, ສົມທົບກັນຢ່າງແໜ້ນແຟ້ນໃນການຕິດຕາມກວດກາການປະຕິບັດບັນດາຂໍ້ຕົກລົງຮ່ວມມືຊື່ງລັດຖະບານສອງປະເທດໄດ້ໃຫ້ຄຳໝັ້ນສັນຍາ, ສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດສອງປະເທດຊຸກຍູ້ການພົວພັນແລກປ່ຽນ, ສົ່ງເສີມການຄ້າ, ການລົງທຶນ.
ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ ສະເໜີໃຫ້ສອງຝ່າຍຕ້ອງເປັນເຈົ້າການກ່ວາອີກເພື່ອໜູນຊ່ວຍວິສາຫະກິດສອງປະເທດຊອກຮູ້ຊື່ງກັນ ແລະ ກັນ, ເພີ່ມທະວີການຮ່ວມມືແລກປ່ຽນບົດຮຽນໃນຂົງເຂດຫາ ແລະ ລ້ຽງປູກສິນໃນນ້ຳ, ກະສິກຳ, ສຳຫຼວດຂຸດຄົ້ນນ້ຳມັນອາຍແກສ. ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ ຖືວ່າ ສອງຝ່າຍຄວນສືບຕໍ່ສະໜັບສະໜູນຊື່ງກັນ ແລະ ກັນບົນບັນດາເວທີປາໄສສາກົນ ແລະ ພາກພື້ນ, ເພີ່ມທະວີການຮ່ວມມືແລກປ່ຽນບົດຮຽນດ້ານນິຕິບັນຍັດ. ສ່ວນທ່ານປະທານສະພາແຫ່ງຊາດສີລັງກາ Chamal Rajapaksa ໄດ້ຢືນຢັນວ່າ ການພົວພັນອັນດີງາມລະຫວ່າງສອງສະພາແຫ່ງຊາດ ຈະປະກອບສ່ວນຊຸກຍູ້ການພົບປະແລກປ່ຽນລະຫວ່າງລັດຖະສະພາ ແລະ ປຊຊ ສອງປະເທດ, ທ່ານເຫັນດີເປັນເອກະສັນສູງກ່ຽວກັບເລື່ອງສອງຝ່າຍສືບຕໍ່ສະໜັບສະໜູນ ແລະ ຊ່ວຍເຫຼືອຊື່ງກັນ ແລະ ກັນບົນເວທີສາກົນ, ໂດຍສະເພາະແມ່ນສິ່ງທ້າທາຍລວມທີ່ມີລັກສະນະທົ່ວໂລກຄື: ການຊຸດໂຊມດ້ານເສດຖະກິດ ແລະ ການປ່ຽນແປງຂອງດິນຟ້າອາກາດ.