ປະທານສະພາແຫ່ງຊາດ ເວືອງດີງເຫ້ວ ພົບປະກັບບັນດາ ອະດີດສະມາຊິກສະພາແຫ່ງຊາດສະເພາະກິດ.

(VOVWORLD) -ຕອນບ່າຍວັນທີ 11 ສິງຫາ, ຢູ່ຫໍສະພາແຫ່ງຊາດຫວຽດນາມ,ທ່ານ ປະທານສະພາແຫ່ງຊາດ ເວືອງດີງເຫ້ວ ພົບປະກັບບັນດາ ສະມາຊິກສະພາແຫ່ງຊາດສະເພາະກິດ ຊຸດທີ 14 ຊຶ່ງບໍ່ໄດ້ຮັບການເລືອກຕັ້ງຄືນໃໝ່ ແລະ ພະນັກງານຂຶ້ນກັບສິດຄຸ້ມຄອງຂອງຄະນະປະຈຳສະພາແຫ່ງຊາດ ທີ່ໄດ້ພັກບຳນານ. 
ປະທານສະພາແຫ່ງຊາດ ເວືອງດີງເຫ້ວ ພົບປະກັບບັນດາ ອະດີດສະມາຊິກສະພາແຫ່ງຊາດສະເພາະກິດ.  - ảnh 1ປະທານສະພາແຫ່ງຊາດ ເວືອງດີງເຫ້ວກ່າວຄຳເຫັນທີ່ການພົບປະ

     ທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ໄດ້ຢືນຢັນວ່າ     ບັນດາ ສະມາຊິກສະພາແຫ່ງຊາດສະເພາະກິດ ຊຸດທີ 14 ຊຶ່ງບໍ່ໄດ້ຮັບການເລືອກຕັ້ງຄືນໃໝ່ ແລະ ພະນັກງານຂຶ້ນກັບສິດຄຸ້ມຄອງຂອງຄະນະປະຈຳສະພາແຫ່ງຊາດ ທີ່ໄດ້ພັກບຳນານ ບໍ່ພຽງແຕ່ມີການອຸທິດສ່ວນໃຫ້ແກ່ສະພາແຫ່ງຊາດຊຸດທີ 14 ເທົ່ານັ້ນ, ຫາກຍັງອຸທິດສ່ວນໃຫ້ແກ່ ສະພາແຫ່ງຊາດຊຸດທີ 15 ໂດຍຜ່ານການປະກອບສ່ວນຂອງສະພາເລືອກຕັ້ງແຫ່ງຊາດອີກດ້ວຍ. ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ໃຫ້ຮູ້ວ່າ :

    “ ເສີມຂະຫຍາຍບັນດາຜົນງານທີ່ບັນລຸມາໄດ້ຂອງ ສະພາແຫ່ງຊາດຊຸດທີ 14 , ໃນໄລຍະທີ່ຈະມາເຖິງ, ຂ້າພະເຈົ້າຫວັງວ່າ ບັນດາ ສະມາຊິກສະພາແຫ່ງຊາດສະເພາະກິດຊຸດທີ 14 ແລະ ພະນັກງານຂຶ້ນກັບສິດຄຸ້ມຄອງຂອງຄະນະປະຈຳສະພາແຫ່ງຊາດ ທີ່ໄດ້ພັກບຳນານ ເຖິງວ່າ ໄດ້ພັກງານແລ້ວກໍຕາມ, ແຕ່ບັນດາສ.ສ.ຊ ຍັງຄົງແມ່ນກຳລັງທີ່ມີຄຸນນະທາດ, ມີສະຕິປັນຍາ, ມີຄວາມຮັບຜິດຊອບ ແລະ ມີບົດຮຽນຕົວຈິງ. ເພາະສະນັ້ນ, ສະພາແຫ່ງຊາດ ຫວັງວ່າ ຈະໄດ້ຮັບການສະໜັບສະໜູນຊ່ວຍເຫຼືອ ປະກອບຄຳຄິດເຫັນໃຫ້ແກ່ການເຄື່ອນໄຫວຂອງສະພາແຫ່ງຊາດ ”

ຕອບກັບ

ຂ່າວ/ບົດ​ອື່ນ