ປະທານສະພາແຫ່ງຊາດຕ້ອນຮັບການນຳສະຫະພັນລັດຖະສະພາສາກົນ

(VOVWORLD) -ຕອນບ່າຍວັນທີ 11 ພຶດສະພາ, ຢູ່ນະຄອນໂຮ່ຈິມິນ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບປະທານສະຫະພັນລັດຖະສະພາສາກົນ (IPU) Saber Chowdhury ແລະ ທ່ານເລຂາທິການໃຫຍ່ IPU Martin Chungong.

ປະທານສະພາແຫ່ງຊາດຕ້ອນຮັບການນຳສະຫະພັນລັດຖະສະພາສາກົນ - ảnh 1 ທ່ານປະທານສະພາແຫ່ງຊາດ ຫງວຽນທິກິມເງິນ

ຕ້ອນຮັບການນຳສະຫະພັນລັດຖະສະພາສາກົນ

(ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເນັ້ນໜັກວ່າ, ຍາມໃດຫວຽດນາມ ກໍ່ໃຫ້ບຸລິມະສິດພັດທະນາຢ່າງໝັ້ນຄົງ, ນຳເອົາບັນດາຄາດໝາຍພັດທະນາສະຫັດສະວັດ, ບັນດາຄາດໝາຍພັດທະນາແບບຍືນຍົງເຂົ້າບັນດາເອກະສານດ້ານກົດໝາຍ… ສະພາແຫ່ງຊາດຫວຽດນາມ ໃຫ້ຄຳໝັ້ນສັນຍາສືບຕໍ່ແມ່ນສະມາຊິກຕັ້ງໜ້າ ແລະ ມີຄວາມຮັບຜິດຊອບໃນ IPU ພິເສດແມ່ນເສີມຂະຫຍາຍບົດບາດເປັນສະມາຊິກຄະນະບໍລິຫານງານ IPU ອາຍຸການ 2016 – 2019. ກ່ຽວກັບຝ່າຍ IPU, ທ່ານປະທານ IPU Saber Chowdhury ຢືນຢັນວ່າ, ດ້ວຍບັນດາການເຄື່ອນໄຫວເຊິ່ງຫວຽດນາມ ພວມຜັນຂະຫຍາຍປະຕິບັດ, ຫວຽດນາມ ແມ່ນຜູ້ອອກສະໝັກຮັບເລືອກຕັ້ງຢ່າງແຮງຢູ່ອາຊີ - ປາຊີຟິກ.  

ຕອບກັບ

ຂ່າວ/ບົດ​ອື່ນ