ປະທານສະພາແຫ່ງຊາດສ.ເກົາຫຼີ ຢ້ຽມຢາມນະຄອນ ໂຮ່ຈີມິນ

ປະທານສະພາແຫ່ງຊາດສ.ເກົາຫຼີ ຢ້ຽມຢາມນະຄອນ ໂຮ່ຈີມິນ - ảnh 1
ພາບປະກອບ

(vovworld) – ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມມິດຕະພາບ​ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ ຕາມ​ຄຳ​ເຊີນ​ຂອງ​ທ່ານປະທານສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໃນ​ລະຫວ່າງ​ວັນ​ທີ 17-21/3, ວັນ​ທີ 20/3, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ສ.​ເກົາຫຼີ Chung Ui-Hwa ​ໄດ້​ພົບ​ປະ​ແລກປ່ຽນ​ກັບ​ມະຫາວິທະຍາ​ໄລ​ວິທະຍາສາດສັງຄົມ ​ແລະ ມະນຸດ​ສາດ ນະຄອນ​ໂຮ່ຈີ​ມິນ, ພົບ​ປະ​ແລກປ່ຽນ​ກັບ​ຊາວສ​.ເກົາຫຼີ ​ແລະ ປະຊາ​ຄົມ​ວິ​ສາ​ຫະກິດ ສ.​ເກົາຫຼີ ຢູ່​ນະຄອນ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ສ.​ເກົາຫຼີ Chung Ui-Hwa ກໍ່​​ໄດ້ໄປ​ຢ້ຽມຢາມ​ຫໍພິພິຕະພັນ​ຮ່ອງຮອຍ​ແຫ່ງສົງ​ຄາມ. ​ແລະ ກໍ່​ໃນ​ຕອນ​ຄຳ່​ວັນ​ດຽວ​ກັນ, ການ​ນຳ​ນະຄອນ​ໂຮ່ຈີ​ມິນ ​ໄດ້​ໃຫ້ການ​ຕ້ອນຮັບ ​ແລະ ຈັດງານ​ລ້ຽງ​​ແກ່ຄະນະ​ຜູ້​ແທນ​ຂັ້ນ​ສູງ ສ.​ເກົາຫຼີ ຢູ່ທຳນຽບ​ເອກະລາດ.

ປະທານ​ສະພາ​ແຫ່ງ​ຊາດສ.ເກົາຫຼີພົບ​ປະ​ແລກປ່ຽນ​ກັບ​ນັກ​ສຶກສາຫວຽດນາມ  ຢູ່ນະຄອນ​ໂຮ່ຈີ​ມິນ

 ​​ຕອນ​ບ່າຍວັນ​ທີ 20/3, ຢູ່​ນະຄອນ​ໂຮ່ຈິ​ມິນ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ສ.​ເກົາຫຼີ ​ໂດຍທ່ານ​ປະທານ​ສະພາ​ແຫ່ງ​ຊາດ Chung Ui-Hwa ນຳ​ໜ້າ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ພົບ​ປະ​ແລກປ່ຽນ​ກັບ​ນັກ​ສຶກສາມະຫາວິທະຍາ​ໄລ​ວິທະຍາສາດສັງຄົມ ​ແລະ ວັດທະນະທຳມະນຸດ​ (ມະຫາວິທະຍາ​ໄລ​ແຫ່ງ​ຊາດນະຄອນ​ໂຮ່ຈີ​ມິນ). ນະທີ່​ນີ້, ທ່ານ​ Chung Ui-Hwa ​ໄດ້​ໂອ​້ລົມ​ກັບ​ພະນັກງານ, ຄູ​ສອນ ​ແລະ ນັກ​ສຶກສາ​ຂອງ​ມະຫາວິທະຍາ​ໄລ​ແຫ່ງ​ນີ້ ກ່ຽວ​ກັບ​ຫົວ​​ເລື່ອງ​ການ​ພົວພັນ​ລະຫວ່າງ ຫວຽດນາມ-​ສ.​ເກົາຫຼີ ​ໃນ​ໄລຍະ​​ປະຫວັດສາດ​ຂອງ 2 ປະ​ເທດ ​ແລະ ພາຍຫຼັງ 23 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ; ກ່ຽວ​ກັບ​ການ​ກຳນົດ​ທິດ​ພັດທະນາ​ການ​ພົວພັນ​ໃນ​ອະນາຄົດ…ຕາມ​ທ່ານ Chung Ui-Hwa ​ ​ແລ້ວ, ຫວຽດນາມ-​ສ.​ເກົາຫຼີ ມີ​ຫຼາຍ​ຈຸດ​ທີ່​ຄ້າຍຄື​ກັນ​ກ່ຽວ​ກັບ​ວັດທະນະທຳ, ປະຫວັດສາດ, ສະ​ນັ້ນ​ນີ້​ແມ່ນ​ພື້ນຖານ​ສຳຄັນ ​ເພື່ອ​ໃຫ້​ 2 ປະ​ເທດ​ສື​ບຕໍ່​ພັດທະນາ​ການ​ພົວພັນ​​ໃຫ້ນັບ​ມື້​ນັບ​ແໜ້ນ​ແຟ້ນ.

 

ຂ່າວ/ບົດ​ອື່ນ