ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ : ຫວຽດນາມໃຫ້ບຸລິມະສິດແກ່ການນຳໃຊ້, ພັດທະນາເຕັກໂນໂລຢີຂໍ້ມູນຂ່າວສານ
(ພາບປະກອບ) |
(vovworld)- ຕອນບ່າຍວັນທີ 30/10, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະຫະສະມາຄົມຄອມພິວເຕີສາກົນພາກພື້ນອາຊີປາຊີຝິກ ASOCIO ແລະການນຳບາງວິສາຫະກິດເຕັກໂນໂລຢີຂໍ້ມູນຂ່າວສານໃຫຍ່ໃນພາກພື້ນໂດຍທ່ານ Abdullah Kafi ປະທານສະຫະສະມາຄົມນຳໜ້າ. ນະທີ່ນີ້, ທ່ານ ປະທານສະຫະສະມາຄົມ ASOCIO Abdullah Kafi ຫວັງວ່າ ຫວຽດນາມສືບຕໍ່ແບ່ງປັນບົດຮຽນຂອງຕົນໃນການນຳໃຊ້, ພັດທະນາ ເຕັກໂນໂລຢີຂໍ້ມູນຂ່າວສານເພື່ອຜົນປະໂຫຍດບັນດາປະເທດສະມາຊິກ. ສ່ວນ ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ຢືນຢັນວ່າການນຳໃຊ້, ພັດທະນາ ເຕັກໂນໂລຢີຂໍ້ມູນຂ່າວສານແມ່ນໜຶ່ງໃນບັນດາບຸລິມະສິດຂອງຫວຽດນາມ. ຫວຽດນາມຫວັງວ່າບັນດາປະເທດສະມາຊິກ ASOCIO ຈົ່ງໜູນຊ່ວຍຫວຽດນາມເພີ່ມທະວີ ການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ພິເສດໃນຂົງເຂດກະສີກຳ.