ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງຢ້ຽມຢາມແຂວງກວາງຕຸງ

ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງຢ້ຽມຢາມແຂວງກວາງຕຸງ - ảnh 1
(ທ່ານປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ​ຢ້​ຽມ​ຢ​າມ​ແຂວງ​ກວາງ​ຕຸງ)

(vovworld) -​ ໂດຍ​ສືບ​ຕໍ່​ການ​ຢ້ຽມ​ຢາມ​ມິດ​ຕະ​ພາບ​ຈີນ ຢ່າງ​ເປັນ​ທາງ​ການ. ຕອນ​ບ່າຍ​ວັນ​ທີ 26/12, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ແລະ ຄະ​ນະ​ຜູ້​ແທນ​ຂັ້​ນ​ສູງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໄດ້​ໄປ​ຮອດ​ນະ​ຄອນກວາງ​ໂຈ​, ​ແຂວງກວາງ​ຕຸງ, ປະ​ເທດ​ຈີນ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ພ​້ອບ​ກັບ​ຄະ​ນະ​ໄດ້​ໄປ​ຢ້ຽມ​ຢາມ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​​ອົງ​ການຊາ​ວ​ໜຸ່ມ​ປະ​ຕິ​ວັດ​ຫວຽດ​ນາມ, ເຂດ​ອາ​ໄລ​ຫາ ຊວນ​ຈຸງ​ຊານ, ​ໄວ້​ອາ​ໄລສຸ​ສານ​ນັກ​ຮົບ​ທີ່​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ ຟ້າມ​ຮົ່ງ​ທ໋າຍ.

      ເມື່ອ​ຢ້ຽມ​ຢາມ​ເຮືອນດິນ​ຈີ່ 2 ຫ້ອງ, 3 ​ຊັ້ນ, ເຮືອນ​ເລກ​ທີ 250 ຖະ​ໜົນ ເວີນ​ມິງ ນະ​ຄອນ ກວາງໂຈ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ມີ​ຄວາມ​ຕຶ້ນ​ຕັນ​ໃຈ​ເມື່ອ​ໄດ້​ເຫັນ​ພາບ​ຖ່າຍ​ຊຸມ​ເດືອນ​ປີ​ທີ່​ປະ​ທານ​ໂຮ່​ຈິ​ມິນ ​ເຄື່ອນ​ໄຫວຢູ່ກວາງ​ໂຈ.

      ເມື່ອ​ມາ​ຢ້ຽມ​ຢາມ​ເຂດ​ອາ​ໄລ​ຫາ  ຊວນ​ຈຸງ​ຊານ, ເຊິ່ງ​ເປັນຜູ້​ນຳ​​ຂອງ​ການ​ປະ​ຕິ​ວັດ​ປະ​ຊາ​ທິ​ປະ​ໄຕ​ຈີນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽນ​ຊິງ​ຮຸ່ງ ເນັ້ນ​ໜັກ​ວ່າ: ປະ​ທານ​ໂຮ່ຈິ​ມິນ ແລະ ຊວນ​ຈຸງ​ຊານ ມີ​ແນວ​ຄິດ​ຮ່ວ​ມ​ຄື: “ປະ​ເທດ​ຊ​າດ, ປະ​ຊາ​ທິ​ປະ​ໄຕ ແລະ ສິດ​ອຳ​ນາດຂອງ​ປະ​ຊາ​ຊົນ”. ແນວ​ຄິດນັ້ນ​ຍັງ​ຄົງ​ສືບ​ຕໍ່​ໄດ້​ຮັບ​ການ​ປະ​ຕິ​ບັດ​ຈ​າກ​ລຸ່ນ​ຕໍ່​ໆ​ໄປ ເພື່ອ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ປະ​ຊາ​ຊົນ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ແລະ ຄະ​ນະ​​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ກໍ​ໄປ​ຖະ​ຫວາຍ​ທູບ​ທຽນໄວ​​້ອາ​ໄລສຸ​ສານ​ນັກ​ຮົບ​ທີ່​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ ຟ້າມ​ຮົ່ງ​ທ໋າຍ.

      ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ຕ່າງໆ​ຢູ່​ນະ​ຄອນ ກວາງ​​ໂຈ, ປະ​ທານ​​ຄະ​ນະ​ກຳ​ມະ​ການປະ​ຊາ​ຊົນ​ແຂວງກວາງ​ຕຸງ ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ.

ຂ່າວ/ບົດ​ອື່ນ