ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງເຂົ້າຮ່ວມພິທີໄຂງານບຸນບ້ານແຊນ 2015

ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງເຂົ້າຮ່ວມພິທີໄຂງານບຸນບ້ານແຊນ 2015 - ảnh 1
ພິທີໄຂງານບຸນບ້ານແຊນ 2015
(ພາບ: qdnd.vn)

(vovworld) - ສະ​ເຫຼີ​ມສະຫຼອງ 125 ປີ ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ ​ໂຮ່ຈີ​ມິນ (19/5/1890-19/5/2015). ຕອນ​ຄຳ່​ວັນ​ທີ 16/5, ຢູ່​ນະຄອນ​ວິ​ງ, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ເງ້ອານ ຈັດ​ຕັ້ງ​ງານ​ບຸນ​ບ້ານ​ແຊນປີ 2015. ​ເຂົ້າ​ຮ່ວມ​ມີ​ທ່ານປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ​, ຜູ້ຕາງໜ້າ​ຫຼາຍ​ກະຊວງ, ຄະນະ, ຂະ​ແໜງ​ການ​ສູນ​ກາງ ​ແລະ ທ້ອງ​ຖີ່​ນ, ຜູ້ຕາງໜ້າ​ສອງ​ແຂວງ​ຊຽງ​ຂວາງ (ລາວ), ນະຄອນ​ພະນົມ (​ໄທ). ພ້ອມ​ກັບ 33 ກອງ​ສິລະ​ປະ​ຫວຽດນາມ  ​ແລະ 2 ກອງສິລະ​ປະຂອງ​ລາວ ​ແລະ ​ໄທ. ກ່າວ​ຄວາມ​ເຫັນ​ໄຂ​ງານ​ບຸນ, ທ່ານ​ນາງ ດິງທິ​ເລ້​ແທງ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ເງ້ອານ, ຊີ້​ແຈ້ງວ່າ:

ງານ​ບຸນ​ບ້ານ​ແຊນ ສະ​ແດງ​ໃຫ້​ເຫັນ​ອາລົມ​ຈິດ, ຄວາມ​ນັບຖື, ຄວາມ​ເຄົາລົບ ​ແລະ ຮູ້​ບຸນ​ຄູນ​ຢ່າງ​ລົ້ນ​ເຫຼືອ​ຂອງ​ປະຊາຊົນ​ທົ່ວ​ປະ​ເທດ ​ແລະ ​ເພື່ອນ​ມິດສາ​ກົນ​ທີ່​ມີ​ຕໍ່​ຄຸນ​ງານ​ຄວາມ​ດີອັນ​ໃຫຍ່​ຫຼວງ​ຂອງ​ປະທານ ​ໂຮ່ຈິ​ມິນ. ຈາກ​ນັ້ນ​ປະກອບສ່ວນ​ຍູ້​ແຮງ​ການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈີ​ມິນ; ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ມີ​ຄວາມເຂົ້າ​ໃຈ​ຕື່ມ​ອີກ​ ກ່ຽວ​ກັບ​ພາລະກິດ​ປະຕິວັດ​ອັນ​ສະຫງ່າ​ລາສີ​ຂອງ​ພັກ ​ແລະ ປະຊາຊົນ“.

ພາຍຫຼັງ​ພິທີ​ໄຂ ​ແມ່ນ​ລາຍການ​ສິລະ​ປະ​ທີ່​ໃສ່​ຊື່ວ່າ: “ປະທານ​ໂຮ່ຈີ​ມິນ ຍືນ​ຍົງ​ຄົງ​ຕົວ​ຕະຫຼອດ​ໄປ“; ຍ້ອງຍໍ​ຄຸນ​ງາມ​ຄວາມ​ດີ​ຂອງ​ປະທານ ​ໂຮ່ຈີ​ມິນ, ອາລົມ​ຈິດ​ຂອງ​ເພິ່ນ​ທີ່​ມີ​ຕໍ່​ບ້ານ​ເກີດ​ເມືອງ​ນອນ​ເງ້ອານ ກໍ່​ຄືອາລົມ​ຈິດ​ຂອງ​ຊາວ​ເງ້ອານ​ ທີ່​ມີ​ຕໍ່ປະທານ ​ໂຮ່ຈີ​ມິນ.

ຂ່າວ/ບົດ​ອື່ນ