ປະທານສະພາແຫ່ງຊາດຫງວຽນທິກີມເງິນຢ້ຽມຢາມແລະເຮັດວຽກຢູ່ແຂວງກາວບັງ

ປະທານສະພາແຫ່ງຊາດຫງວຽນທິກີມເງິນຢ້ຽມຢາມແລະເຮັດວຽກຢູ່ແຂວງກາວບັງ - ảnh 1
ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນທິກີ​ມ​ເງິນ ​ແລະ
ຄະນະ​ປະຕິບັດ​ງານ​ເຮັດ​ວຽກ​ຢູ່​ຕາ​ແສງ ນາມ​ຕ໋ວນ, ​ເມືອງ ຮ່ວາ​ອານ
(ພາບ:ປະຊາຊົນ )

(vovworld) – ​ ໂດຍສືບຕໍ່ປະຕິບັດວຽກງານຢູ່ບັນດາແຂວງພູດອຍທາງພາກເໜືອ, ວັນທີ 21/06 ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ແລະ ຄະນະ​ປະ​ຕິ​ບັດ​ງານ​ໄດ້​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ກາວ​ບັງ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ຖື​ວ່າ: ຈຸດ​ພົ້ນ​ເດັ່ນ​​ໃນ​ໝາກຜົນສັງ​ລວມຂອງ​​ແຂວງ ກາວ​ບັງ ​ແມ່ນ​ໂຄງ​ປະກອບ​ໂຄງ​ລ່າງຄົມມະນາຄົມ, ພັດທະນາ​ໂຄງ​ລ່າງຕົວ​ເມືອງ. ພ້ອມ​ກັນ​ນັ້ນ ​ໂສມ​ໜ້າ​ເຂດ​ຊົນນະບົດ​ໄດ້​ມີ​ການ​ປ່ຽນ​ແປງ​ຫລາຍ​ຢ່າງ ​ເມື່ອ​ທຽບ​ໃສ່​​ເມື່ອ​ກ່ອນ. ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ​ຖື​ວ່າ: ​ແຂວງ ກາວ​ບັງ ຕ້ອງ​ທົບ​ທວນ​ຄືນ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ການ​ສ້າງຊົນນະບົດ​ໃໝ່​ຢ່າງ​ເຂັ້ມ​ງວດ ​ເພື່ອຖອດ​ຖອນ​ບັນດາ​ບົດ​ຮຽນ, ມາດ​ຕະການ​​ແກ້​ໄຂໃຫ້​ແກ່​ໄລຍະ​ຈະ​ມາ​ເຖິງ.

        ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ແຂວງ ກາວ​ບັງ ຕ້ອງ​ກຳ​ນົດອັນ​ດັບ​ຈຸດໝາຍ​ບຸລິມະສິດ​ພັດທະນາ, ​ໃນ​ນັ້ນ ​ເອົາ​ໃຈ​ໃສ່​ເປັນ​ສຳຄັນ​ການ​ລົງທຶນ​ດ້ານກະສິກຳ, ຊົນນະບົດ. ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ​ຍ້ອງ​ຍໍ​ແຂວງ ກາວ​ບັງ ​ໄດ້​ນຳໜ້າ​ໃນ​ການ​ຊອກ​ຮູ້​ສະພາບ​ການ​ຜະລິດ, ຄວນ​ຮຽກຮ້ອງ​ຕ້ອງການ​ຂອງ​ຕະຫລາດ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ, ​ແຕ່​ວ່າ ທາງ​ແຂ​ວງ ກາວ​ບັງ ຄວາມ​ເອົາ​ໃຈ​ໃສ່​ເລື່ອງ​ມາດ​ຕະການກວດກາ​ໜ້າ​ທີ່, ​ແກ້​ໄຂ​ບັນດາ​ສິ່ງ​ຈຳ​ກັດຄື​ການ​ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ.

        ກ່ອນ​ໜ້າ​ນັ້ນ ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນທິກີ​ມ​ເງິນ ​ແລະ ຄະນະ​ປະຕິບັດ​ງານ​ໄດ້​ເຮັດ​ວຽກ​ຢູ່​ຕາ​ແສງ ນາມ​ຕ໋ວນ, ​ເມືອງ ຮ່ວາ​ອານ ກ່ຽວ​ກັບ​ສະພາບ​ການ​ດ້ານເສດຖະກິດ - ສັງຄົມ; ໝາກຜົນ​ແຫ່ງ​ການ​ປະຕິບັດ​ຈຸດໝາຍ​ແຫ່ງຊາດ​ກໍ່ສ້າງ​ຊົນນະບົດ​ໃໝ່.

 

ຕອບກັບ

ຂ່າວ/ບົດ​ອື່ນ