ປະທານສະພາແຫ່ງຊາດຫງວຽນທິກິມເງິນເຂົ້າຢ້ຽມຂ່ຳນັບກັບນາຍົກລັດຖະມົນຕີລາວທອງລຸນ ສີສຸລິດ
(ທ່ານປະທານສະພາແຫ່ງຊາດຫງວຽນທິກິມເງິນ
ເຂົ້າຢ້ຽມຂ່ຳນັບກັບນາຍົກລັດຖະມົນຕີລາວທອງລຸນ ສີສຸລິດ)
(vovworld) - ຕອນບ່າຍວັນທີ 27/09, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ. ຢູ່ທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ສະແດງຄວາມຂອບໃຈລັດຖະບານລາວ ແລະ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ທີ່ໄດ້ແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຄັດຢ່າງທັນການ ເພື່ອສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຫວຽດນາມ ໃນວິວັດການລົງທຶນຢູ່ລາວ. ພ້ອມທັງປາດຖະໜາລັດຖະບານລາວ ສືບຕໍ່ເອົາໃຈໃສ່, ຊ່ວຍເຫຼືອປະຊາຄົມຊາວຫວຽດນາມ ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ລາວ. ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ, ຈະຈັດຕັ້ງການພົບປະບັນດາວິສາກິດຫວຽດນາມ ທີ່ພວມລົງທຶນຢູ່ລາວ ເພື່ອຊອກຮູ້ຄວາມຫຍຸ້ງຍາກ, ຂໍ້ຕິດຄັດໃນວິວັດການລົງທຶນເຂົ້າລາວ. ບົນພື້ນຖານນັ້ນ, ປຶກສາຫາລືແກ້ໄຂບັນດາຄວາມຫຍຸ້ງຍາກ ແລະ ສ້າງເງື່ອນໄຂສະດວກກ່ຽວກັບດ້ານນະໂຍບາຍໃຫ້ບັນດາວິສາຫະກິດຫວຽດນາມ ດຳເນີນທຸລະກິດ, ທຳມະຫາກິນຢູ່ລາວ.