ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ
ກ່າວຄຳເຫັນທີ່ພິທີ
(vovworld) – ຕອນເຊົ້າວັນທີ 19/11 ທີ່ຮ່າໂນ້ຍ, ຖືກດຳເນີນພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງສະພາກາແດງ ຫວຽດນາມ ແລະ ພິທີຮັບຫຼຽນໄຊແຮງງານຊັ້ນ 2. ເຂົ້າຮ່ວມພິທີມີທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ແລະ ບັນດາການນຳຂັ້ນສູງອື່ນໆ. ສະພາກາແດງ ຫວຽດນາມ ແມ່ນອົງການມະນຸດສະທຳແຫ່ງທຳອິດໄດ້ສ້າງຕັ້ງໃນວັນທີ 23/11/1946, ໃມຕະຫລອດໄລຍະຜ່ານມາ, ສະພາກາແດງ ໄດ້ຈັດຕັ້ງຂະບວນການ, ບັນດາການຂົນຂວາຍມະນຸດສະທຳມີລັກສະນະແຜ່ຂະຫຍາຍ, ສ້າງຂີດໝາຍຢ່າງແຮງໃນສັງຄົມ, ກ່າວຄຳເຫັນທີ່ພິທີ, ທ່ານນາງປະທານສະພາແຫ່ງຊາດ ຍ້ອງຍໍບັນດາການອຸທິດສ່ວນດີເດັ່ນຂອງພະນັງານ, ສະມາຊິກສະພາກາແດງ, ຜູ້ອາສາສະໝັກ, ຊາວໜຸ່ມເຍົາວະຊົນສະພາກາແດງທົ່ວປະເທດທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ເນັ້ນໜັກວ່າ:
“ສືບຕໍ່ປ່ຽນໃໝ່ຢ່າງແຮງກ່ຽວກັບການຈັດຕັ້ງ, ເນື້ອໃນ, ພິທີການເຄື່ອນໄຫວຂອງສະພາກາແດງ, ທິດທາງເຄື່ອນໄຫວຂອງສະພາກາແດງສຳລັບຂັ້ນຮາກຖານ. ໃນນັ້ນ ເອົາໃຈໃສ່ເປັນພິເສດເຖິງການຍົກສູງກຳລັງຄວາມສາມາດຂອງພະນັກງານທຸກຂັ້ນ, ກໍ່ສ້າງຖັນແຖວພະນັກງານແມ່ນຜູ້ມີຄວາມສຸດຈິດສຸດໃຈໃນການເຄື່ອນໄຫວມະນຸດສະທຳ. ສະໜິດຕິດພັນກັບປະຊາຊົນ, ກຳແໜ້ນ ແລະ ເຫັນໃຈກັບຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ, ມີຄວາມຮູ້, ທັກສະ ແລະ ກຳລັງຄວາມສາມາດການເຄື່ອນໄຫວມະນຸດສະທຳຢ່າງມີປະສິດທິຜົນ.”