ປະທານາທິບໍດີ Donald Trump ສະເໜີງົບປະມານ ໃຫ້ປີການເງິນ 2020

(VOVWORLD) -ທ່ານປະທານາທິບໍດີ Donald Trump ໄດ້ຮຽກຮ້ອງບ້ວງເງິນ 8,6 ຕື້ໂດລາສະຫະລັດ ໃຫ້ແກ່ການກໍ່ສ້າງກຳແພງຊາຍແດນທາງທິດໃຕ້ ຕິດກັບ ເມັກຊິໂກ ໃຫ້ສູງທົບ 6 ເທົ່າ ເມື່ອທຽບໃສ່ບ້ວງເງິນທີ່ສະພາແຫ່ງຊາດເຫັນດີອະນຸມັດໃຫ້ແກ່ໂຄງການຊາຍແດນໃນ 2 ປີການເງິນທີ່ຜ່ານມາ 

ວັນທີ 11 ມີນາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ສະເໜີງົບປະມານ ໃຫ້ປີການເງິນ 2020 ຕໍ່ສະພາແຫ່ງຊາດ ອາເມລິກາ. ຕາມການສະເໜີ, ທ່ານປະທານາທິບໍດີ Donald Trump ໄດ້ຮຽກຮ້ອງບ້ວງເງິນ 8,6 ຕື້ໂດລາສະຫະລັດ ໃຫ້ແກ່ການກໍ່ສ້າງກຳແພງຊາຍແດນທາງທິດໃຕ້ ຕິດກັບ ເມັກຊິໂກ ໃຫ້ສູງທົບ 6 ເທົ່າ ເມື່ອທຽບໃສ່ບ້ວງເງິນທີ່ສະພາແຫ່ງຊາດເຫັນດີອະນຸມັດໃຫ້ແກ່ໂຄງການຊາຍແດນໃນ 2 ປີການເງິນທີ່ຜ່ານມາ ແລະ ຫຼາຍກວ່າ 6% ເມື່ອທຽບກັບບ້ວງເງິນທີ່ທ່ານ Trump ຢາກລະດົມ ເມື່ອປະກາດສະພາວະສຸກເສີນ.  ທຳນຽບຂາວກໍ່ໄດ້ສະເໜີປັບປຸງບັນດາລາຍການໃຊ້ຈ່າຍບັງຄັບ ເຊັ່ນ ສະແຕັມອາຫານ ເພື່ອແນໃສ່ຫຼຸດຜ່ອນງົບປະມານ 22 ຕື້ ໂດລາສະຫະລັດ.

ເຖິງຢ່າງໃດກໍ່ຕາມ, ການສະເໜີງົບປະມານທີ່ກ່າວມາຂ້າງເທິງຂອງທ່ານ Donald Trump ອາດຈະຖືກສະພາແຫ່ງຊາດ ປະຕິເສດ ແລະ ນີ້ກໍ່ໄດ້ຮັບຖືວ່າແມ່ນການກະທໍາເປີດສາກການຕໍ່ສູ້ລະຫວ່າງດ້ານງົບປະມານຕໍ່ມາຂອງ ປະທານາທິບໍດີ Donald Trump ແລະ ສະພາແຫ່ງຊາດ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ