ປະທານາທິບໍດີ D.Trump: ການເຈລະຈາດ້ານການຄ້າລະຫວ່າງອາເມລິກາ-ຈີນພວມດຳເນີນໄປຢ່າງດີງາມ

(VOVWORLD) -ບັນດານັກເຈລະຈາຈີນ ແລະ ອາເມລິກາ ພວມບັນລຸໄດ້ບາດກ້າວໃນການເຈລະຈາ ເພື່ອແນໃສ່ຢຸດຕິສົງຄາມດ້ານການຄ້າລະຫວ່າງ 2 ພື້ນຖານເສດຖະກິດໃຫຍ່ກວ່າໝູ່ໃນໂລກ

ປະທານາທິບໍດີ D.Trump: ການເຈລະຈາດ້ານການຄ້າລະຫວ່າງອາເມລິກາ-ຈີນພວມດຳເນີນໄປຢ່າງດີງາມ - ảnh 1ທ່ານປະທານາທິບໍດີອາເມລິກາ Donald Trump

(ພາບປະກອບ: AFP/TTXVN)

ແລະ “ບັນດາການເຈລະຈາກັບຈີນ ພວມດຳເນີນໄປຢ່າງດີງາມ” ແມ່ນສິ່ງທີ່ທ່ານປະທານາທິບໍດີອາເມລິກາ Donald Trump ເຕື້ອງເຖິງໃນສື່ສັງຄົມອອນລາຍ Twitter ໃນວັນທີ 08 ມັງກອນ. ປະຈຸບັນ, ທັງຝ່າຍອາເມລິກາ ແລະ ຈີນ ຍັງບໍ່ທັນມີຝ່າຍໃດສະໜອງຂໍ້ມູນຂ່າວສານລະອຽດກ່ຽວກັບການເຈລະຈາ ທີ່ກ້າວເຂົ້າມື້ທີ່ 2 ເຊິ່ງດຳເນີນຢູ່ປັກກິງ.

        ກ່ອນໜ້ານັ້ນ, ໃນບົດກ່າວປາໄສເມື່ອວັນທີ 07 ມັງກອນ, ທ່ານລັດຖະມົນຕີການຄ້າອາເມລິກາ Wilbur Ross ຖືວ່າ, ການເຈລະຈາຢູ່ປັກກິງ ໃນຄັ້ງນີ້ ຈະຊ່ວຍກຳນົດວ່າ ອາດສາມາດແກ້ໄຂບັນດາຄວາມບໍ່ລົງລອຍກັນດ້ານການຄ້າລະຫວ່າງ 2 ພື້ນຖານເສດຖະກິດໃຫຍ່ກວ່າໝູ່ຢູ່ໃນໂລກຜ່ານການເຈລະຈາໄດ້ ຫຼື ບໍ່.

ຕອບກັບ

ຂ່າວ/ບົດ​ອື່ນ