ທ່ານ Donald Trump
|
(vovworld)- ວັນທີ 18/11, ປະທານາທິບໍດີຜູ້ທີ່ຊະນະໃນການເລືອກຕັ້ງຢູ່ອາເມລີກາ Donald Trump ໄດ້ປະກາດຢ່າງເປັນທາງການກ່ຽວກັບການແຕ່ງຕັ້ງ ການນຳຂັ້ນສູງ 3 ທ່ານໃນຖັນແຖວປະຕິບັດກົດໝາຍ ແລະ ປ້ອງກັນຄວາມສະຫງົບແຫ່ງຊາດ. ໃນຖະແຫລງການອອກໃນເວັບໄຊຂອງຕົນ, ປະທານາທິບໍດີ D. Trump ໄດ້ຮັບຮູ້ວ່າ: ເລືອກເຟັ້ນສະມາຊິກສະພາສູງ ລັດ Alabama, Jeff Sessions ດຳລົງຕຳແຫນ່ງລັດຖະມົນຕີກະຊວງຍຸຕິທຳ, ສະມາຊິກສະພາຕ່ຳ Kansas Mike Pompeo ດຳລົງຕຳແຫນ່ງຜູ້ອຳນວຍການອົງການສືບລາຊະການລັບສູນກາງ CIA ແລະ ນາຍພົນອອກກິນເບ້ຍບຳນານ Michael Flynn ດຳລົງຕຳແຫນ່ງຜູ້ທີ່ປຶກສາການປ້ອງກັນຄວາມສະຫງົບແຫ່ງຊາດ. ຄຳຖະແຫລງດັ່ງກ່າວ ກໍຮັບຮູ້ວ່າ: 3 ທ່ານໄດ້ເຫັນດີຕໍ່ຄຳສະເຫນີຂອງທ່ານ Trump.