ປະທານາທິບໍດີ ລັດເຊຍ ມຸ່ງໄປເຖິງສັງກາດຮ່ວມມືໃໝ່ກັບອຳນາດການປົກຄອງຂອງປະທານາທິບໍດີ ອາເມລິກາ

(VOVWORLD) - ວັນທີ 08 ກໍລະກົດ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃຫ້ຮູ້ວ່າ: ການຮ່ວມມື ລັດເຊຍ - ອາເມລິກາ ຈະໄດ້ຮັບການປັບປຸງ ພາຍໃຕ້ອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Donal Trump
ປະທານາທິບໍດີ ລັດເຊຍ ມຸ່ງໄປເຖິງສັງກາດຮ່ວມມືໃໝ່ກັບອຳນາດການປົກຄອງຂອງປະທານາທິບໍດີ ອາເມລິກາ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donal Trump ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: AFP)

ຖະແຫຼງການດັ່ງກ່າວ ໄດ້ຍົກອອກມາ ພາຍຫລັງການນຳ ລັດເຊຍ - ອາເມລິກາ 2 ທ່ານມີການພົບປະໂດຍກົງຄັ້ງທຳອິດ, ແມ່ນເຫດການໄດ້ຮັບຄວາມສົນໃຈຈາກຫາງສຽງສາກົນ ພາຍຫລັງ ບັນດາຄຳກ່າວຫາ ລັດເຊຍ ແຊກແຊງເຂົ້າການເລືອກຕັ້ງ ອາເມລິກາ ເມື່ອປີກ່ອນ. ກ່າວຄຳເຫັນຕໍ່ວົງການນັກຂ່າວ ຢູ່ນອກກອງປະຊຸມສຸດຍອດບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ຢູ່ນະຄອນ Hamburg  ປະເທດ ເຢຍລະມັນ, ທ່ານປະທານາທິບໍດີ ລັດເຊຍ ຢືນຢັນວ່າ ມີທຸກສາຍເຫດເພື່ອເຊື່ອໝັ້ນວ່າ ລັດເຊຍ - ອາເມລິກາ ອາດຈະກໍ່ສ້າງຄືນໃໝ່ສ່ວນໜຶ່ງການຮ່ວມມືທີ່ມີຄວາມຈຳເປັນ. ການນຳ ລັດເຊຍ ສະແດງຄວາມຫວັງກ່ຽວກັບແງ່ຫວັງປັບປຸງການພົວພັນ 2 ຝ່າຍ ແລະ ໃຫ້ຂໍ້ສັງເກດວ່າ ບາງຮາກຖານໃຫ້ເລື່ອງນີ້ ໄດ້ຮັບການສ້າງຕັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ