ປະທານາທິບໍດີ ລັດເຊຍ ສະຫນັບສະຫນູນການຮ່ວມມືກັບ ອາເມລິກາບົນພື້ນຖານຄວາມສະເຫມີພາບ

(VOVWORLD) - ລັດເຊຍ ພ້ອມແລ້ວທີ່ຈະຮ່ວມມືກັບ ອາເມລິກາ ບົນພື້ນຖານຄວາມສະເຫມີພາບ. ຄຳຖະແຫລງດັ່ງກ່າວ ໂດຍແມ່ນທ່ານປະທານາທິບໍດີ ລັດເຊຍ Vladimir Putin ຍົກອອກມາ ໃນພິທີຍື່ນສານຕາຕັ້ງຂອງເອກອັກຄະລັດຖະທູດໃຫມ່ 20 ທ່ານ, ໃນນັ້ນ ມີທ່ານ Jon Huntsman ເອກອັກຄະລັດຖະທູດອາເມລິກາ ຄົນໃຫມ່. 

ປະທານາທິບໍດີ ລັດເຊຍ ສະຫນັບສະຫນູນການຮ່ວມມືກັບ ອາເມລິກາບົນພື້ນຖານຄວາມສະເຫມີພາບ - ảnh 1 ທ່ານປະທານາທິບໍດີ ລັດເຊຍ Vladimir Putin  ຕ້ອນຮັບ ທ່ານ Huntsman  ເອກອັກຄະລັດຖະທູດ ອາເມລິກາ ຄົນໃຫມ່

ພາບ: Reuters

ທີ່ພິທີ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃຫ້ຂໍ້ສັງເກດວ່າ: ລະດັບການພົວພັນສອງຝ່າຍລະຫວ່າງ ມົດສະກູ ແລະ ວໍຊີງຕັນ ປະຈຸບັນ ສາມາດເຮັດໃຫ້ສອງຝ່າຍມີຄວາມເພິ່ງພໍໃຈໄດ້. ມົດສະກູສະຫນັບສະຫນູນການພົວພັນຮ່ວມມືມີລັກສະນະສ້າງສັນ, ອາດຈະຄາດຄະແນໄດ້ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ແຕ່ສິ່ງດັ່ງກ່າວຕ້ອງໄດ້ຮັບການກໍ່ສ້າງບົນພື້ນຖານເຄົາລົບບັນດາຫລັກການສະເຫມີພາບຢ່າງເຂັ້ມງວດ, ເຄົາລົບເຊິ່ງກັນ ແລະກັນ ກໍ່ຄືບັນດາຜົນປະໂຫຍດແຫ່ງຊາດ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ. ທ່ານປະທານາທິບໍດີ ລັດເຊຍ Vladimir Putin ອີກຄັ້ງຫນຶ່ງໄດ້ສະແດງຄວາມເສົ້າສະຫລົດໃຈມາຍັງປະຊາຊົນ ອາເມລິກາ ພາຍຫລັງເຫດການຍິງປືນທີ່ຮ້າຍແຮງຢູ່ ນະຄອນ Las Vegas ຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດຢ່າງຫນ້ອຍສຸດ 59 ຄົນ ແລະ ກວ່າ 500 ຄົນຖືກບາດເຈັບ. ກ່າວຄຳເຫັນທີ່ ວັງ Kremlin, ທ່ານ Huntsman ເອກອັກຄະລັດຖະທູດ ອາເມລິກາ ຄົນໃຫມ່ ໄດ້ຢືນຢັນວ່າ: ຈະມານະພະຍາຍາມຟື້ນຟູຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດກໍຄືປັບປຸງການພົວພັນສອງຝ່າຍ ອີງໃສ່ການຮ່ວມມືໃນບັນດາບັນຫາຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ