ປະທານາທິບໍດີ ລັດເຊຍ ແລະ ອາເມລິກາ ເຈລະຈາຢູ່ນອກກອງປະຊຸມ G20

(VOVWORLD) -ວັນທີ 7 ກໍລະກົດ ຢູ່  Hamburg ປະເທດ ເຢຍລະມັນ, ທີ່ການເຈລະຈາລະຫວ່າງ ປະທານາທິບໍດີ ລັດເຊຍ ແລະ ປະທານາທິບໍດີ ອາເມລິກາ, ທ່ານ  Donal Trump ປະທານາທິບໍດີ ອາເມລິກາ ໄດ້ຖະແຫລງວ່າ ປະຊາຊົນ ອາເມລິກາ ມີຄວາມວິຕົກກັງວົນຕໍ່ເລື່ອງ ລັດເຊຍ ແຊກແຊງເຂົ້າການເລືອກຕັ້ງປະທານາທິບໍດີ ອາເມລິກາ ເມື່ອປີ 2016. 

ປະທານາທິບໍດີ ລັດເຊຍ ແລະ ອາເມລິກາ ເຈລະຈາຢູ່ນອກກອງປະຊຸມ  G20 - ảnh 1ທ່ານປະທານາທິບໍດີ ລັດເຊຍ V. Putin ແລະ ທ່ານ  Donal Trump ປະທານາທິບໍດີ       ອາເມລິກາ 

ພາບ:Vietnamplus

ແຕ່ວ່າ ທ່ານປະທານາທິບໍດີ ລັດເຊຍ V. Putin ໄດ້ປະຕິເສດການແຊກແຊງຂອງລັດເຊຍ. ທີ່ການເຈລະຈາ, ປະທານາທິບໍດີ ທັງສອງທ່ານ ກໍ່ໄດ້ສະແດງໃຫ້ເຫັນທັດສະນະແຕກຕ່າງກ່ຽວກັບວິທີການຮັບມືກັບໂຄງການອາວຸດຂອງ ສາທາລະນະລັດປະຊາທິປະໄຕປະຊາຊົນ ເກົາຫລີ ແຕ່ ວໍຊີງຕັນ ຢືນຢັນ: ຈະສືບຕໍ່ເລັ່ງລັດ ມົດສະກູ ມານະພະຍາຍາມກວ່າອີກເພື່ອຈຳກັດບັນດາການເຄື່ອນໄຫວຂອງພຽງຢາງ.

ຕອບກັບ

ຂ່າວ/ບົດ​ອື່ນ