ປະທານາທິບໍດີ ສ ເກົາຫຼີ ສາບານຕົວເຂົ້າດຳລົງຕຳແໜ່ງ

ປະທານາທິບໍດີ ສ ເກົາຫຼີ ສາບານຕົວເຂົ້າດຳລົງຕຳແໜ່ງ - ảnh 1
ປະທານາທິບໍດີ ສ ເກົາຫຼີ ສາບານຕົວເຂົ້າດຳລົງຕຳແໜ່ງ
(ພາບປະກອບ)

(vovworld) - ວັນ​ທີ 25/2, ປະຊາຊົນ ສ ​ເກົາຫຼີ ກ່ວາ 50 ລ້ານ​ຄົນ ໄດ້​ຕ້ອນຮັບ​ເຫດການ​ພິ​ເສດ ​ນັ້ນ​ແມ່ນ​ເປັນ​ຄັ້ງ​ທຳ​ອິດ​ໃນ​ໜ້າ​ປະຫວັດສາດ​ມີ​ປະທານາທິບໍດີ ​​ເປັນ​ແມ່ຍິງ. ພິທີ​ສະບາ​ນຕົວ​ເຂົ້າ​ດຳລົງ​ຕຳ​ແໜ່​ງຂອງ​ທ່ານ​ນາງ​ປະທານາທິບໍດີ Park Geun – hye ​​ໄດ້​ດຳ​ເນີນ​ຢູ່​ນະຄອນຫຼວງ ​ເຊີ​ອູ​ນ, ​ໂດຍ​ຊ່ອນ​ໜ້າ​ແຂກ​ຖືກ​ເຊີນ​ກ່ວາ 70.000 ຄົນ. ປະຊາຊົນ ສ ​ເກົາຫຼີ ສ່ວນ​ຫຼາຍ ​ໄດ້​ເຊື່ອ​ໝັ້ນ ​ແລະ ມີ​ຄວາມ​ຫວັງ​ຕໍ່​ຄວາມ​ສາມາດ​ນຳພາ​ປະ​ເທດ​ຊາດ ​ແລະ ພື້ນຖານ​ເສດຖະກິດ​ຂ​ອງປະ​ເທດ​ຊາດ​ຂອງ​ທ່ານ​ນາງ​ປະທານາທິບໍດີ Park Geun – hye ​ແລະ ຖື​ວ່າ​ພາຍ​ໃຕ້​ການ​ນຳພາ​ຂອງ​ທ່ານ​ນາງ​ປະທານາທິບໍດີ, ພື້ນຖານ​​ເສດຖະກິດ​ໃຫຍ່​ອັນ​ດັບ 4 ຂອງ ອາຊີ ຈະ​ມີ​ພະລັງ​ຊີວິດ​ໃໝ່, ພັດທະນາ​ແຂງ​ແຮງ​ກ່ວາ.

 

ຂ່າວ/ບົດ​ອື່ນ