ປະ​ທາ​ນາ​ທິ​ບໍ​ດີ ອີ​ຣານ ຢ້ຽມ​ຢາມ ຊີ​ຣີ

(VOVWORLD) - ຈຸດສຸມໃນການປະຕິບັດງານໃນ 2 ມື້ຈະມາເຖິງຢູ່ Damascus ຂອງທ່ານປະທານາທິບໍດີ ອີຣານ ແມ່ນ ເພີ່ມທະວີການຮ່ວມມືທາງການຄ້າ ແລະ ເສດຖະກິດລະຫວ່າງສອງປະເທດ. 
ປະ​ທາ​ນາ​ທິ​ບໍ​ດີ ອີ​ຣານ ຢ້ຽມ​ຢາມ ຊີ​ຣີ - ảnh 1ປະທານາທິບໍດີ ອີຣານ ຢ້ຽມຢາມ ຊີຣີ (ພາບ: AFP/TTXVN)

ວັນທີ 3 ພຶດສະພາ, ທ່ານປະທານາທິບໍດີ ອີຣານ Ebrahim Raisi ໄດ້ໄປຍັງ Damascus, ເລີ່ມຕົ້ນການຢ້ຽມຢາມ ຊີຣີຢ່າງເປັນທາງການ. ນີ້ແມ່ນຄັ້ງທຳອິດ ມີທ່ານປະທານາທິບໍດີ ປະເທດ ສ.ອິດສະລາມ ມາຢ້ຽມຢາມ ຊີຣີ ນັບແຕ່ເວລາ ການປະທະກັນເກີດຂຶ້ນຢູ່ ປະເທດນີ້ ກ່ອນນີ້ 12 ປີ. ໃນຂອບເຂດການຢ້ຽມຢາມ, ອີຣານ ແລະ ຊີຣີ ໄດ້ລົງນາມຂໍ້ຕົກລົງການຮ່ວມມືຍຸດທະສາດໄລຍະຍາວ, ໃນນັ້ນມີບົດບັນທຶກຊ່ວຍຈຳໃນຂົງເຂດນ້ຳມັນ. ໃນການເຈລະຈາກັບຄູ່ຮ່ວມຕຳແໜ່ງ ຊີຣີ Bashar al-Assad, ທ່ານປະທານາທິບໍດີ ອີຣານ Ebrahim Raisi ໄດ້ຢັ້ງຢືນວ່າ ການພົວພັນລະຫວ່າງ ຊີຣີ ແລະ ອີຣານ ຍາມໃດກໍ່ມີສະຖຽນລະພາບ ແລະ ຍືນຍົງໃນໄລຍະທີ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດ.

ຈຸດສຸມໃນການປະຕິບັດງານໃນ 2 ມື້ຈະມາເຖິງຢູ່ Damascus ຂອງທ່ານປະທານາທິບໍດີ ອີຣານ ແມ່ນ ເພີ່ມທະວີການຮ່ວມມືທາງການຄ້າ ແລະ ເສດຖະກິດລະຫວ່າງສອງປະເທດ. ຄະນະຮັບໃຊ້ທ່ານ Raisi ໃນຄັ້ງນີ້ ລວມມີເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານ ອີຣານຫຼາຍທ່ານ,ໃນນັ້ນມີລັດຖະມົນຕີບັນດາກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ, ກະຊວງນ້ຳມັນ, ກະຊວງກໍ່ສ້າງຕົວເມືອງ ແລະ ຖະໜົນຫົນທາງ, ກະຊວງໂທລະຄົມມະນາຄົມ. ການຢ້ຽມຢາມໄດ້ດຳເນີນໃນສະພາບການຫຼາຍປະເທດໃນພາກພື້ນ ຊຸກຍູ້ການເຊື່ອມຕໍ່ການພົວພັນກັບຊີຣີ, ເຊິ່ງແມ່ນປະເທດພວມມານະພະຍາຍາມກໍ່ສ້າງປະເທດຊາດຄືນໃໝ່ພາຍຫຼັງ 12 ປີເກີດຂຶ້ນການປະທະກັນ.

ຕອບກັບ

ຂ່າວ/ບົດ​ອື່ນ