ປະ​ທາ​ນາ​ທິ​ບໍ​ດີ ອີ​ຣານ ຮຽກ​ຮ້ອງ​ ການ​ສືບ​ສວນ​ເພື່ອ​ເຮັດ​ໃຫ້​ແຈ້ງ​ສາຍ​ເຫດ​ຂອງ​ອຸ​ບັດ​ຕິ​ເຫ​ດ​ ເຮືອ​ບິນ​ ຂອງ ຢູ​ແກຼນ

(VOVWORLD) -ພາຍຫຼັງ ກອງທັບ ອີຣານ ຍອມຮັບຢ່າງເປັນທາງການວ່າ ບໍ່ຕັ້ງໃຈຍິງໃສ່ເຮືອບິນຂອງ ບໍລິສັດການບິນສາກົນ ຢູແກຼນ (UIA) ທີ່ຮັດໃຫ້ມີຜູ້ເສຍຊີວິດ 176 ຄົນ, ທ່ານ Hassan Rouhani ປະນາທາທິບໍດີ ອີຣານ ໄດ້ຮຽກຮ້ອງສືບຕໍ່ການສືບສວນເພື່ອເຮັດໃຫ້ແຈ້ງສາຍເຫດ ແລະ ພິພາສາບັນດາຜູ້ຮັບຜິດຊອບເຫດດັ່ງກ່າວ .

ທ່ານປະທານາທິບໍດີ Hassan Rouhani ໄດ້ສະແດງວ່າ “ປະເທດສາທາລະນະລັດ ອິດສະລາມ ອີີຣານນີ້ິ້ ຮູ້ສຶກເສົ້າສະຫຼົດໃຈ” ຕໍ່ອຸບັດຕິເຫດນີ້. ທ່ານຖືວ່າ ບັນດາສິ່ງຜິດພາດຂອງ ຜູ້ຄົນກໍ່ຂຶ້ນເຫດຍິງຜິດເຮືອບິນດັ່ງກ່າວ ເຮັດໃຫ້ມີຜູ້ເສຍຊີວິດ 176 ຄົນ ແມ່ນ “ບໍ່ສາມາດອະໄພໄດ້”, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະມີຄຳສັ່ງສືບສວນຢ່າງເຖິງຖອງ ເພື່ອພິຈາລະນາບັນດາຜູ້ທີ່ມີການກະທຳຜິດ. ທ່ານກໍ່ຮຽກຮ້ອງໃຫ້ມີ ມາດຕະການຍົກລະດັບລະບົບປ້ອງກັນອາກາດທີ່ອ່ອນແອຂອງ ອີີຣານ ເພື່ອຫຼີກລ້ຽງບັນດາອຸບັດຕິເຫດຄ້າຍຄືກັນ.

ຕອບກັບ

ຂ່າວ/ບົດ​ອື່ນ