ປະທານາທິບໍດີ ອາເມລິກາ Joe Biden ຈະ​ມາຢ້ຽມຢາມ ຫວຽດນາມ

(VOVWORLD) - ພວກຂ້າພະເຈົ້າເຊື່ອໝັ້ນວ່າ ການຢ້ຽມຢາມຂອງການນຳຂັ້ນສູງສອງປະເທດຈະເຮັດໃຫ້ການພົວພັນ ຫວຽດນາມ - ອາເມລິກາ ເລິກເຊິ່ງກ່ວາອີກ.

ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ຫງວຽນຝູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ, ຄາດວ່າ, ທ່ານປະທານາທິບໍດີ ອາເມລິກາ Joe Biden ຈະມາຢ້ຽມຢາມ ຫວຽດນາມ ແຕ່ວັນທີ 10 – 11 ກັນຍາ. ໃນແຈ້ງການອອກວັນທີ 29 ສິງຫາ, ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງ ການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ: ພວກຂ້າພະເຈົ້າເຊື່ອໝັ້ນວ່າ ບັນດາການຢ້ຽມຢາມຂອງການນຳຂັ້ນສູງສອງປະເທດຈະເຮັດໃຫ້ການພົວພັນ ຫວຽດນາມ - ອາເມລິກາ ເລິກເຊິ່ງກ່ວາອີກ, ນຳການພົວພັນລະຫວ່າງສອງປະເທດພັດທະນາເປັນປົກກະຕິ, ແທດຈິງ ແລະ ຍາວນານໃນທຸກຂົງເຂດ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນກໍ່ຄືຢູ່ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ