ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Joe Biden ຊົມ​ເຊີຍ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ

(VOVWORLD) - ທ່ານປະທານາທິບໍດີ Joe Biden ໃຫ້ຮູ້ວ່າ ໂດຍສ່ວນຕົວທ່ານ ແລະ ທ່ານນາງ ຮອງປະທານາທິບໍດີ Kamala Harris ມີຄວາມປາດຖະໜາຢາກເຮັດວຽກກັບທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເພື່ອແນໃສ່ສືບຕໍ່ຊຸກຍູ້ວິວັດການປະຫວັດສາດນີ້.
ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Joe Biden  ຊົມ​ເຊີຍ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (ພາບ: VGP)

ວັນທີ 7 ສິງຫາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ສົ່ງສານຊົມເຊີຍທ່ານປະທານປະເທດ ໂຕເລິມ ທີ່ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ. ໃນສານ, ທ່ານປະທານາທິບໍດີ Joe Biden ເນັ້ນໜັກວ່າ ໜຶ່ງປີກ່ອນ, ຫວຽດນາມ ແລະ ອາເມລິກາໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ສ້າງຂີດໝາຍສັງກາດໃໝ່ຂອງການພົວພັນຮ່ວມມືຢ່າງແຮງລະຫວ່າງສອງປະເທດ. ທ່ານປະທານາທິບໍດີ Joe Biden ໃຫ້ຮູ້ວ່າ ໂດຍສ່ວນຕົວທ່ານ ແລະ ທ່ານນາງ ຮອງປະທານາທິບໍດີ Kamala Harris ມີຄວາມປາດຖະໜາຢາກເຮັດວຽກກັບທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເພື່ອແນໃສ່ສືບຕໍ່ຊຸກຍູ້ວິວັດການປະຫວັດສາດນີ້, ຜ່ານນັ້ນກໍ່ສະໜັບສະໜູນ ຫວຽດນາມທີ່ເຂັ້ມແຂງ, ເອກະລາດ, ວັດທະນາຖາວອນ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

ຕອບກັບ

ຂ່າວ/ບົດ​ອື່ນ