ປະທານາທິບໍດີ ອາເມລິກາ ກ່າວສານສະຫະລັດຄັ້ງທີ 2

(VOVWORLD) -ທ່ານໄດ້ຍົກອອກວິໄສທັດ, ທິດທາງ ແລະ ນະໂຍບາຍພົວພັນ ຢູ່ພາຍໃນປະເທດ ກໍຄື ກັບຕ່າງປະເທດຂອງລັດຖະບານໃນປີ 2019. 

ຕອນເຊົ້າວັນທີ 6 ກຸມພາ, ທ່ານ ປະທານາທິບໍດີ ອາເມລິກາ Donald Trump ໄດ້ກ່າວສານສະຫະລັດຄັ້ງທີີ 2  ໃນນັ້ນທ່ານໄດ້ຍົກອອກວິໄສທັດ, ທິດທາງ ແລະ ນະໂຍບາຍພົວພັນ ຢູ່ພາຍໃນປະເທດ ກໍຄື ກັບຕ່າງປະເທດຂອງລັດຖະບານໃນປີ 2019. ທ່ານໄດ້ຮຽກຮ້ອງ ໃຫ້ສາມັກຄີ ແລະ ຮ່ວມມືລະຫວ່າງສອງພັກ ເພື່ອແນໃສ່ປົວແປງສະພາບແບ່ງແຍກດ້ານການເມືອງຢ່າງເລິກເຊິ່ງໃນປັດຈຸບັນ ພ້ອມທັງເປັນການຜ່ອນຄາຍຄວາເຄັ່ງຕຶງ ລະຫວ່າງສອງພັກປະຊາທິປະໄຕ ແລະ ສາທາລະນະ. ໃນສານດັ່ງກ່າວ, ທ່ານ ປະທານາທິບໍດີ ອາເມລິກາ Donald Trump ຍັງໄດ້ເລັ່ງໃສ່ບາງຂົງເຂດທີ່ສໍາຄັນ. ໃນນັ້ນ, ພົ້ນເດັ່ນແມ່ນນະໂຍບາຍເຂົ້າເມືອງ ແລະ ການປ້ອງກັນຄວາມສະຫງົບຕາມຊາຍແດນ ດ້ວຍການສະເໜີບ້ວງເງິນໃຊ້ຈ່າຍ ເພື່ອກໍ່ສ້າງລະບົບກໍາແພງຊາຍແດນກັບເມັກຊີໂກ, ບັນຫາເສດຖະກິດ, ການສ້າງວຽກເຮັດງານທໍາ, ການຄ້າສາກົນ....


ຕອບກັບ

ຂ່າວ/ບົດ​ອື່ນ