ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຄົນໃໝ່ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ຊຸ​ກ​ຍູ້​ບັນ​ດາ​ມາດ​ຕະ​ການ​ຟື້ນ​ຟູ​ພື້ນ​ຖານ​ເສດ​ຖະ​ກິດ

(VOVWORLD) -ທ່ານ Joe Biden ກໍໃຫ້ຮູ້ວ່າ ໃນອາດທິດໜ້າ ທ່ານຈະປະກາດໂຄງການກອບກູ້ພື້ນຖານເສດຖະກິດ.
ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຄົນໃໝ່ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ຊຸ​ກ​ຍູ້​ບັນ​ດາ​ມາດ​ຕະ​ການ​ຟື້ນ​ຟູ​ພື້ນ​ຖານ​ເສດ​ຖະ​ກິດ - ảnh 1ທ່ານ Joe Biden ຜູ້ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ອາເມລິກາ (ພາບ:AFP/TTXVN)

ວັນທີ 8 ມັງກອນ, ຜູ້ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ອາເມລິກາ ແມ່ນ ທ່ານ Joe Biden ໄດ້ແນະນຳບັນດາສະມາຊິກສຸດທ້າຍຂອງ  ໜ່ວຍຮັບຜິດຊອບດ້ານເສດຖະກິດໃນລັດຖະບານຈະມາເຖິງຂອງທ່ານ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະມີຫຼາຍມາດຕະການໜູນຊ່ວຍຕື່ມອີກໃຫ້ແກ່ບັນດາຄອບຄົວ ແລະ ວິສາຫະກິດຂະໜາດນ້ອຍ ທີ່ພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ຈາກໂລກລະບາດໂຄວິດ - 19. ທ່ານ Joe Biden ກໍໃຫ້ຮູ້ວ່າ ໃນອາດທິດໜ້າ ທ່ານຈະປະກາດໂຄງການກອບກູ້ພື້ນຖານເສດຖະກິດ, ໃນນັ້ນ, ສົ່ງເສີມປະຊາຊົນເສຍພາສີອາກອນ ແລະ ການເພີ່ມເງິນເດືອນພື້ນຖານ ຈະແມ່ນບຸລິມະສິດແຖວໜ້າ. ໄປຄຽງຄູ່ກັນນັ້ນ, ທ່ານກໍໃຫ້ຄຳສັນຍາວ່າ ຈະຍູ້ໄວຄວາມຄືບໜ້າໃນການສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ