ປະທານາທິບໍດີ ອາເມລິກາ ມີຄວາມຫວັງທີ່ດີຕໍ່ການພົບປະກັບທ່ານປະທານາທິບໍດີ ລັດເຊຍ

(VOVWORLD) - ຕອນເຊົ້າວັນທີ 05 ພະຈິກ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ມາຮອດຖານທີ່ໝັ້ນທັບອາກາດ Yokota ຂອງ ອາເມລິກາ ຢູ່ ຍີ່ປຸ່ນ, ຊຶ່ງປະເທດທຳອິດໃນການເດີນທາງຢ້ຽມຢາມ 5 ປະເທດ ອາຊີ ຄັ້ງນີ້. 
ປະທານາທິບໍດີ ອາເມລິກາ ມີຄວາມຫວັງທີ່ດີຕໍ່ການພົບປະກັບທ່ານປະທານາທິບໍດີ ລັດເຊຍ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ:AFP/TTXVN )

ການຢ້ຽມຢາມດຳເນີນໄປໃນສະພາວະ ທີ່ແຫຼມເກົາຫຼີ ພວມຕົກເຂົ້າສູ່ໄລຍະເຄັ່ງຄຶງ ທີ່ກ່ຽວຂ້ອງເຖິງໂຄງການນິວເຄຼຍຂອງ ພຽງຢາງ. ກ່າວຄຳເຫັນຕໍ່ນັກຂ່າວໃນເຮືອບິນພິເສດ, ທ່ານປະທານາທະບໍດີ ອາເມລິກາ ສະແດງຄວາມຫວັງທີ່ດີຕໍ່ການພົບປະກັບຄູ່ຕຳແໜ່ງ ລັດເຊຍ Vladimir Putin ໃນການໄປປະຕິບັດງານຄັ້ງນີ້. ການນຳ ອາເມລິກາ ຖືວ່າ: ສປປ.ເກົາຫຼີ ແມ່ນ “ບັນຫາໃຫຍ່ສຳລັບ ລັດເຊຍ ແລະ ໂລກ”, ແຕ່ທ່ານປະທານາທິບໍດີ ອາເມລິກາ ກໍ່ສະແດງຄວາມຫວັງ ກ່ຽວກັບບັນຫານີ້ ຈະໄດ້ຮັບການແກ້ໄຂ. ການນຳ ອາເມລິກາ ກໍ່ໃຫ້ຮູ້ວ່າ: ນອກຈາກການພົບປະກັບທ່ານປະທານາທິບໍດີ Putin, ທ່ານກໍ່ພົບປະກັບການນຳປະເທດຕ່າງໆ ໃນຂອບເຂດການໄປປະຕິບັດງານຄັ້ງນີ້.

 

ຕອບກັບ

ຂ່າວ/ບົດ​ອື່ນ