(VOVWORLD) - ວັນທີ 13 ມັງກອນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ: ທ່ານຈະໂຈະການປະກາດຄຳສັ່ງສະພາວະສຸກເສີນ
ທ່ານປະທານາທິບໍດີ Donald Trump (ພາບ: AFP/TTXVN ) |
ແນໃສ່ຢຸດຕິສະພາບປິດປະຕູລັດຖະບານສ່ວນໜຶ່ງ ທີ່ໄດ້ກ້າວເຂົ້າສູ່ມື້ທີ 23, ເຊິ່ງເປັນໄລຍະເວລາຍາວສຸດໃນປະຫວັດສາດຂອງປະເທດນີ້.
ທ່ານປະທານາທິບໍດີ Donald Trump ຢືນຢັນວ່າ ຢາກໃຫ້ບັນດາສະມາຊິກລັດຖະສະພາ ສັງກັດພັກປະຊາທິປະໄຕມີເວລາຕື່ມອີກ ເພື່ອອາດຈະບັນລຸໄດ້ຂໍ້ຕົກລົງກ່ຽວກັບຄ່າໃຊ້ຈ່າຍໃນການກໍ່ສ້າງກຳແພງຊາຍແດນກັບ ເມັກຊີໂກ ລວມມູນຄ່າ 5,7 ຕື້ USD ໂດຍທ່ານສະເໜີ, ນັ້ນກໍ່ແມ່ນບັນຫາຕົ້ນຕໍທີ່ກໍ່ໃຫ້ເກີດຄວາມບໍ່ລົງລອຍກັນລະຫວ່າງຝ່າຍສາທາລະນະ ແລະ ຝ່າຍປະຊາທິປະໄຕ, ອັນໄດ້ພາໄປສູ່ການທີ່ອົງການ, ກະຊວງ, ຂະແໜງການຫລາຍແຫ່ງຂອງ ອາເມລິກາ ຕ້ອງປິດປະຕູຊົ່ວຄາວ ຍ້ອນງົບປະມານການເຄື່ອນໄຫວໝົດກຳນົດແຕ່ວັນທີ 21 ທັນວາ 2018.