ທ່ານປະທານປະເທດ ຫວຽດນາມ ເຈືອງເຕີ໋ນຊາງ ແລະ ທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro Moros
|
(vovworld)- ໂດຍໄດ້ຮັບຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ເຈືອງເຕີ໋ນຊາງ, ທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro Moros ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 30 – 31/8/2015. ການຢ້ຽມຢາມ ຫວຽດນາມ ຂອງ ທ່ານປະທານາທິບໍດີ ເວເນຊູເອລາ ເພື່ອແນໃສ່ເພີ່ມທະວີການພົວພັນ 2 ຝ່າຍ, ແລກປ່ຽນບັນດາມາດຕະການເປີດກ້ວາງການຮ່ວມມືລົງທຶນລະຫວ່າງ 2 ປະເທດ ແລະ ຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດຢູ່ບັນດາເວທີປາໄສ ແລະ ອົງການຈັດຕັ້ງສາກົນ. ຕອນເຊົ້າວັນທີ 31/8, ພາຍຫຼັງພິທີຕ້ອນຮັບ, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ແລະ ປະທານາທິບໍດີ ເວເນຊູເອລາ Nicolas Maduro Moros ໄດ້ດຳເນີນການເຈລະຈາ.
ປະທານາທິບໍດີ ເວເນຊູເອລາ Nicolas Maduro Moros ຢືນຢັນວ່າ ລັດຖະບານ ເວເນຊູເອລາຖືເປັນສຳຄັນພິເສດການຢ້ຽມຢາມຄັ້ງນີ້ ເພື່ອນຳການພົວພັນຮ່ວມມືລະຫວ່າງ 2 ປະເທດພັດທະນາຢ່າງກ້າວກະໂດດຂັ້ນ. ປະທານາທິບໍດີ ເວເນຊູເອລາ Nicolas Maduro Moros ເນັ້ນໜັກວ່າ ເວເນຊູເອລາມີຄວາມສົນໃຈທີ່ສຸດຕໍ່ບັນດາບົດຮຽນທີ່ສຳເລັດຜົນຂອງຫວຽດນາມໃນໄລຍະ 30 ປີແຫ່ງການປ່ຽນແປງໃໝ່ທີ່ຜ່ານມາ ແລະ ຫວັງໄດ້ຮັບການແບ່ງປັນໃນການຮ່ວມມືລະອຽດໃນທຸກຂົງເຂດ. ເວເນຊູເອລາພ້ອມແລ້ວສະໜັບສະໜູນຫວຽດນາມຢູ່ບັນດາເວທີປາໄສຫຼາຍຝ່າຍ, ບັນດາອົງການຈັດຕັ້ງສາກົນ.
ສ່ວນທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ຢືນຢັນວ່າ ຫວຽດນາມພ້ອມແລ້ວແບ່ງປັນກັບ ເວເນຊູເອລາ ທຸກໆບົດຮຽນທີ່ສຳເລັດຜົນ ກໍຄືຄວາມຫຍຸ້ງຍາກ, ຈຳກັດໃນການກໍ່ສ້າງຮູບແບບພັດທະນາ ແລະ ບົດຮຽນໃນກິດຈະການປ່ຽນແປງໃໝ່ປະເທດຊາດ. ພາຍຫຼັງການເຈລະຈາ, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ແລະ ປະທານາທິບໍດີ ເວເນຊູເອລາ Nicolas Maduro Moros ໄດ້ມີການພົບປະກັບນັກຂ່າວ. ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ກ່າວວ່າ :
“ ພວກຂ້າພະເຈົ້າໄດ້ຕົກລົງກັນວ່າ 2 ຝ່າຍສືບຕໍ່ຍົກສູງປະສິດທິຜົນບັນດາກົນໄກທີ່ໄດ້ສ້າງຕັ້ງຂຶ້ນ. ບັນດາກະຊວງ, ຂະແໜງການຂອງ 2 ປະເທດຈະກວດກາເພີ່ມເຕີມບັນດາສັນຍາທີ່ແນໃສ່ສ້າງກອບກົດໝາຍ 2 ຝ່າຍໃຫ້ສົມບຸນແບບ. ລັດຖະບານ 2 ປະເທດເອົາໃຈໃສ່ຊີ້ນຳ, ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ 2 ປະເທດຜັນຂະຫຍາຍບັນດາໂຄງການຮ່ວມມື ”
ໃນຂອບເຂດການຢ້ຽມຢາມ, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ແລະ ປະທານາທິບໍດີ ເວເນຊູເອລາ Nicolas Maduro Moros ໄດ້ເປັນສັກຂີພິຍານະທີລົງນາມໃນສັນຍາຮ່ວມມືລະຫວ່າງ 2 ລັດຖະບານກ່ຽວກັບບັນດາໂຄງການຮ່ວມມືດ້ານກະສີກຳໄລຍະ 2015-2018.