ປະທານາທິບໍດີAssadໃຫ້ຄຳໝັ້ນສັນຍາປະຕິບັດຄຳສັ່ງຢຸດຍິງ

ປະທານາທິບໍດີAssadໃຫ້ຄຳໝັ້ນສັນຍາປະຕິບັດຄຳສັ່ງຢຸດຍິງ - ảnh 1
ຊາວ ຊີຣີ ກັບຄືນສູ່ຊີວິດເປັນປົກກະຕິ
(ພາບ: ສຳນັກຂ່າວສານຊິນຮວາ/TTXVN)

(vovworld) – ວັນ​ທີ 2/3, ທ່ານ​ປະທານາທິບໍດີ ຊີຣີ Bashar al – Assad ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ “ປະຕິບັດ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ” ​ເພື່ອ​ຮັບປະກັນ​ຜົນສຳ​ເລັດ​ຂອງ​ຂໍ້​ຕົກລົງ​ຢຸດ​ຍິງທ່ີ​ພວມ​ໄດ້​ຮັບ​ການ​ປະຕິບັດ​ໃນ 4 ວັນ​ຜ່ານ​ມາ. ທ່ານ Assad ກໍ່​ເນັ້ນ​ໜັກ​ວ່າຂໍ້​ຕົກລົງ​ຢຸດ​ຍິງ, ​ໂດຍ​ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ​ເປັນຄົນກາງ​ໄກ່​ເກ່ຍ, ນຳ​ມາ​ເຊິ່ງ “ຄວາມມຸ່ງ​ຫວັງ​” ​ໃຫ້​ແກ່ ຊີຣີ, ບ່ອນ​ທີ່​ມີ​ປະຊາຊົນກ່ວາ 270.000 ຄົນ​ເສຍ​ຊີວິດ​ຍ້ອນການ​ປະ​ທະ​ກັນ​ຢ່າງສັບສົນ ​ແລະ ​ຍືດ​ເຍື້ອຍາວ​ນານ​ໃນ​ປະຈຸ​ບັນ. ທ່ານ​ປະທານາທິບໍດີ Assad ​ໃຫ້​ຮູ້​ວ່າ: ຝ່າຍກຳລັງ​ລັດຖະບານ ຊີ​ຣີ ​ໄດ້​ລະງັບ​​ໃຈ​ໃນ​ການ​ໂຕ້​ຕອບ, ​ເພື່ອ​ສ້າງ​ກາລະ​ໂອກາດ​ໃຫ້​ຂໍ້​ຕົກລົງ​ນີ້​ຄົງ​ຄ້າງ​ໄວ້. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານກໍ່​ເນັ້ນ​ໜັກ​ວ່າ: “ທຸກ​ຢ່າງ​ລ້ວນ​ແຕ່​ມີ​ຂໍ້​ຈຳ​ກັດ ​ແລະ ອີງ​ໃສ່​ຝ່າຍ​ກົງກັນ​ຂ້າມ”. ທ່ານ​ກໍ່​ຍັງໃຫ້​ຮູ້​ຕື່ມ​ອີກວ່າ: ຈະ​ອະ​ໄພ​ຍະ​ໂທດ​ໃຫ​້​ບັນດາ​ມື​ປືນ​ຝ່າຍ​ຄ້ານ​ຖ້າ​ຫາກ​ເຂົາ​ເຈົ້າ​ຍອມປົດ​ອາວ​ຸດ.


ຂ່າວ/ບົດ​ອື່ນ