ປະທານາທິບໍດີObamaໃຫ້ຄຳໝັ້ນສັນຍາປິດປະຕູຄຸກGuantanamo
(ພາບປະກອບຈາກdantri.com)
(vovworld) - ວັນທີ 21/12, ທ່ານປະທານາທິບໍດີ ອາເມລິກາ Barack Obama ຖະແຫຼງຈະປະຕິບັດທຸກໆຄວາມມານະພະຍາຍາມເພື່ອອາດຈະປິດປະຕູຄຸກການທະຫານອາເມລິກາ ຢູ່ ອ່າວ Guantanamo ຂອງ ກູບາ. ກ່າວຄຳເຫັນໃນການຕອບສຳພາດໃນຊ່ອງໂທລະພາບ CNN ໃນວັນທີ 21/12, ທ່ານປະທານາທິບໍດີ Barack Obama ຖືວ່າ: ເລື່ອງຮັກສາຄຸກ Guantanamo ແມ່ນໜຶ່ງໃນບັນດາສາຍເຫດຍຸຍົງສົ່ງເສີມບັນດາບຸກຄົນເຂົ້າຮ່ວມສົງຄາມ ແລະ ການກະທຳຫົວຮຸນແຮງໃນທົ່ວໂລກ. ສິ່ງດັ່ງກ່າວໄປຝືນກັບບັນດາຄຸນຄ່າຂອງປະເທດ ອາເມລິກາ ແລະ ກໍ່ຄວາມເສຍຫາຍຢ່າງໜັກໜ່ວງເມື່ອ ອາເມລິກາ ພວມຕ້ອງຈ່າຍຈຳນວນເງິນນັບລ້ານ USD ໃຫ້ແຕ່ລະສ່ວນບຸກຄົນຖືກກັກຂັງຢູ່ຄຸກແຫ່ງນີ້.
ປະຈຸບັນ, ຈຳນວນນັກໂທດຖືກກັກຂັງໃນຄຸກ Guantanamo ຫລຸດລົງເຫຼືອພຽງ 132 ຄົນ ແລະ ຄາດວ່າຈະຖືກສົ່ງຕົວກັບເມືອປະເທດໃນທ້າຍປີນີ້.