ທ່ານປະທານາທິບໍດີ ບັງກຼາເທດ Md Abdul Hamid
(ພາບອີນເຕີແນັດ)
(vovworld) - ໂດຍຮັບຄຳເຊີນຂອງທ່ານປະທານປະເທດ ເຈືອງເຕິ່ນຊາງ, ປະທານາທິບໍດີ ບັງກຼາເທດ Md Abdul Hamid ແລະ ພັນລະຍາເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດເຖິງຫວຽດນາມ ໃນລະຫວ່າງວັນທີ 9-13/8/2015. ການຢ້ຽມຢາມ ເພື່ອແນໃສ່ເພີ່ມທະວີນຳ້ໃຈມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານຫວຽດນາມ - ບັງກຼາເທດ; ແລກປ່ຽນບົດຮຽນພັດທະນາເສດຖະກິດ, ໂດຍສະເພາະແມ່ນໃນຂົງເຂດກະສິກຳ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ; ແລກປ່ຽນບັນດາມາດຕະການ; ທິດທາງ ແລະ ຊຸກຍູ້ການພົວພັນໃນທຸກຂົງເຂດ; ແລກປ່ຽນບັນດາບັນຫາສາກົນ, ພາກພື້ນເຊິ່ງທັງສອງຝ່າຍຕ່າງມີຄວາມສົນໃຈ.