ປະທານາທິບໍດີບູນກາຣີພົບປະ,ແລກປ່ຽນວັດທະນະທຳຢູ່ຮ່າໂນ້ຍ

ປະທານາທິບໍດີບູນກາຣີພົບປະ,ແລກປ່ຽນວັດທະນະທຳຢູ່ຮ່າໂນ້ຍ - ảnh 1
ທ່ານ​ປະທານາທິບໍດີ ບູນກາຣີ, Rosen Plevneliev ​ໄດ້​ພົບ​ປະ​ກັບ​ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ທິຢວານ

(vovworld)- ຕອນ​ຄຳ່​ວັນ​ທີ 29/10, ​ເນື່ອງ​ໃນ​ໂອກາດ​ຢ້ຽມຢາມ​ທາງ​ລັດຖະກິດ​ຫວຽດນາມ, ທ່ານ​ປະທານາທິບໍດີ ບູນກາຣີ, Rosen Plevneliev ​ໄດ້​ພົບ​ປະ​ກັບ​ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ທິຢວານ ​ແລະ ບັນດາ​ອະດີດ​ນັກ​ສຶກສາ​ຫວຽດນາມ​ຢູ່ ບູນກາຣີ, ​ເຂົ້າ​ຮ່ວມ​ລາຍການ​ສິລະ​ປະວັດ​ທະນະ​ທຳ ​ໂດຍ​ບັນດາ​ນັກ​ສິລະ​ປີນ ບູນກາຣີ ສະ​ແດງ. ທີ່​ການ​ພົບ​ປະ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ ຫງວຽນ​ທິຢວານ ​ເນັ້ນ​ຫນັກ​ວ່າ: ປີ 2013 ​ແມ່ນ​ປີ​ສຳຄັນ​ສຳລັບ​ຫວຽດນາມ ​ແລະ ບູນກາຣີ, ພິ​ເສດ ​ໃນ​ການ​ຢ້ຽມຢາມ​ຫວຽດນາມ​ຂອງ​ປະທານາທິບໍດີ ບູນກາຣີ ​ຄັ້ງ​ນີ້​ແມ່ນ​ເຫດການ​ມີ​ຄວາມ​ໝາຍ​ດ້ານ​ການ​ເມືອງ, ສັງຄົມ​ຢ່າງ​ເລິກ​ເຊິ່ງ, ສະ​ແດງ​ໃຫ້​ເຫັນ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ຫວຽດນາມ - ບູນກາຣີ ຊື່​ງ​ການ​ນຳ, ປະຊາຊົນ​ສອງ​ປະ​ເທດ ຮັກສາ, ​ເສີມ​ຂະຫຍາຍ,​ເພ່ີ່ມພູນ​ຄູນ​ສ້າງ ​ແລະ ຊຸກຍູ້​ຢ່າງ​ບໍ່​ຢຸດ​ຢັ້ງ. ປະທານາທິບໍດີ ບູນກາຣີ Rosen Plevneliev ຖື​ວ່າ: ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ອາ​ລົມ​ຈິດ​ອັນ​ດີງາມ​ລະຫວ່າງ​ຫວຽດນາມ ​ແລະ ບູນກາຣີ ​ຈະ​ແມ່ນ​ພື້ນຖານ, ກຳລັງ​ຫນູນ​ເພື່ອ​ໃຫ້​ສອງ​ປະ​ເທດ​ສືບ​ຕໍ່​ນຳ​ການ​ພົວພັນ​ຮ່ວມ​ມື​ກ້າວ​ຂຶ້ນ​ບາດກ້າວ​ພັດທະນາ​ໃຫມ່, ​ເພື່ອ​ຜົນ​ປະ​ໂຫຍດລວມ ​ແລະ ຕອບ​ສະຫນອງ​ຄວາມ​ມຸ່ງ​ມາດ​ປາດ​ຖະຫນາ​ຂອງ​ປະຊາຊົນ​ສອງ​ຊາດ.

ຂ່າວ/ບົດ​ອື່ນ