ທ່ານປະທານາທິບໍດີ ຟີລີບປິນ Rodrigo Duterte
(ພາບ: AFP/TTXVN)
(vovworld) - ວັນທີ 19/11 ທ່ານປະທານາທິບໍດີ ຟີລີບປິນ Rodrigo Duterte ໄດ້ຢືນຢັນວ່າ ປະເທດ ຟີລີບປິນ ສືບຕາມນະໂຍບາຍການຕ່າງປະເທດເອກະລາດ ແລະ ພ້ອມແລ້ວຈະເປັນປະເທດເພື່ອນມິດກັບ ຈີນ ຕະຫລອດໄປ. ກ່າວຄຳເຫັນທີ່ການພົບປະກັບທ່ານປະທານປະເທດ ຈີນ ສີຈິ້ນຜິງ ຢູ່ນອກກອງປະຊຸມຂັ້ນສູງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຢູ່ Lima ປະເທດ ເປຣູ, ທ່ານ Duterte ໃຫ້ຮູ້ຕື່ມອີກວ່າ ຟີລີບປິນ ພ້ອມແລ້ວເພີ່ມທະວີການຮ່ວມມື 2 ຝ່າຍ ແລະ ສົມທົບກັບ ຈີນ ໃນຫລາຍຂົງເຂດ.
ກ່ອນໜ້ານັ້ນ, ວັນທີ 20/10 ທ່ານປະທານປະເທດ ຈີນ ສີຈິ້ນຜິງ ກໍມີການພົບປະກັບທ່ານປະທານາທິບໍດີ ຟີລີບປິນ Duterte ຢູ່ ປັກກີງ, ທີ່ການພົບປະນີ້ ການນຳ 2 ທ່ານ ໄດ້ຕີລາຄາສູງການພົວພັນ 2 ຝ່າຍ ມຸ່ງໄປເຖິງການແກ້ໄຂບັນດາບັນຫາບໍ່ລົງລອຍກັນ.