ປະທານາທິບໍດີມຽນມາສະຫນັບສະຫນູນການປັບປຸງລັດຖະທຳມະນູນ
ປະທານາທິບໍດີ ມຽນມາ U Thein Sein
photo:thanhnien.com
|
(vovworld)- ໃນບົດກ່າວປາໄສປະຈຳເດືອນຊື່ງອອກອາກາດທາງວິທະຍຸແຫ່ງລັດໃນວັນທີ 2/1/2014, ປະທານາທິບໍດີ ມຽນມາ U Thein Sein ສະແດງຄວາມເຊື່ອໝັ້ນວ່າ: ລັດຖະທຳມະນູນຄວນໄດ້ຮັບການປັບປຸງເພື່ອແກ້ໄຂບັນດາຄວາມຕ້ອງການຂອງສັງຄົມ, ເສດຖະກິດແຫ່ງຊາດ. ປະທານາທິບໍດີ Thein Sein ເນັ້ນຫນັກວ່າ: ການໂອ້ລົມສົນທະນາການເມືອງແມ່ນມີຄວາມຈຳເປັນໃຫ້ແກ່ການໄກ່ເກ່ຍປອງດອງແຫ່ງຊາດ ແລະ ແມ່ນພື້ນຖານຂອງວິວັດການສັນຕິພາບຊົນຊາດຈຳເປັນຕ້ອງມີການປັບປຸງລັດຖະທຳມະນູນ. ທ່ານໃຫ້ຮູ້ຕື່ມອີກວ່າ: ການປຶກສາຫາລືກ່ຽວກັບບັນຫາປັບປຸງລັດຖະທຳມະນູນ ແລະ ບັນດາບັນຫາກ່ຽວຂ້ອງອື່ນ ປະຈຸບັນ ພວມໄດ້ຮັບການປຶກສາຫາລືຢ່າງເປີດເຜີຍໃນປະຊາຊົນ.