ປະທານາທິບໍດີລັດເຊຍຕໍ່ກຳນົດເວລາຫ້າມນຳເຂົ້າສະບຽງອາຫານຈາກອີຢູ

(VOVWORLD) -ວັນທີ 24 ມິຖຸນາ, ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ລົງນາມໃນລັດຖະດຳລັດຫ້າມນຳເຂົ້າສະບຽງຫານຂອງບັນດາປະເທດສະຫະພາບເອີລົບ (ອີຢູ) ຮອດທ້າຍປີ 2020.

ປະທານາທິບໍດີລັດເຊຍຕໍ່ກຳນົດເວລາຫ້າມນຳເຂົ້າສະບຽງອາຫານຈາກອີຢູ - ảnh 1

ທ່ານປະທານາທິບໍດີລັດເຊຍ Vladimir Putin  

(ພາບປະກອບ: AFP/TTXVN)

ການກະທຳດັ່ງກ່າວຖືກດຳເນີນໃນສະພາບທີ່ ວັນທີ 20 ມິຖຸນາ, ອີຢູ ຫາກໍ່ຕົກລົງຕໍ່ກຳນົດເວລາບັນດາຄຳສັ່ງລົງໂທດຕໍ່ລັດເຊຍ ຮອດວັນທີ 23 ມິຖຸນາ 2020 ກ່ຽວຂ້ອງເຖິງເລື່ອງ ມົດສະກູ ໂຮມແຫຼມ ກຣືມ ເຂົ້າຜືນແຜ່ນດິນຂອງປະເທດນີ້. ກ່ອນໜ້ານັ້ນ, ເດືອນ ກໍລະກົດ 2018, ລັດເຊຍ ກໍໄດ້ຕໍ່ກຳນົດເວລາຫ້າມນຳເຂົ້າສະບຽງອາຫານຂອງຝ່າຍຕາເວັນຕົກຕື່ມອີກ 18 ເດືອນ, ຮອດວັນທີ 31 ທັນວາ 2019, ພາຍຫຼັງອີຢູ ແກ່ຍາວບັນດາມາດຕະການລົງໂທດຕໍ່ລັດເຊຍ.

        ການພົວພັນລະຫວ່າງລັດເຊຍ ແລະ ບັນດາປະເທດຝ່າຍຕາເວັນຕົກ ຮ້າຍແຮງລົງເມື່ອເກີດວິກິດການຢູ່ ຢູແກຼນ ເມື່ອປີ 2014 ພາໄປເຖິງເລື່ອງລັດເຊຍ ໂຮມແຫຼມ ກຣືມ ເຂົ້າຜືນແຜ່ນດິນຂອງປະເທດນີ້. ເຖິງຢ່າງໃດກໍ່ຕາມ, ຝ່າຍຕາເວັນຕົກໄດ້ຈັດວາງບັນດາມາດຕະການລົງໂທດສຳລັບລັດເຊຍ ແລະ ມົດສະກູ ກໍ່ມີບັນດາມາດຕະການໂຕ້ຕອບໂດຍຜ່ານການຢຸດຕິການນຳເຂົ້າຜະລິດຕະພັນກະເສດ ແລະ ສະບຽງອາຫານຫຼາຍປະເພດຂອງບັນດາປະເທດດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ